วันพุธที่ 6 มกราคม พ.ศ. 2559

ສິ່ງທີ່ຄວນ ແລະ ບໍ່ຄວນກະທຳ (Dos and Don'ts)


ສິ່ງທີ່ຄວນ ແລະ ບໍ່ຄວນ


       ສິ່ງທີ່ຄວນ:


  • ເຄືຶ່ອງ​ນຸ່ງ​ຖື: ເລື່ອງ​ການ​ນຸ່ງ​ຖື​ເປັນ​ໜຶ່ງ​ໃນ​ເລື່ອງ​ທີ່​ສຳ​ຄັນ​ຢູ່​ທີ່​ປະ​ເທດ​ສະຫະລັດອາຣັບເອມິເຣດ ຖ້າ​ຫາກວ່າ​ທ່ານ​ນຸ່ງ​ເຄື່ອງ​ທີ່ບໍ່​ປົກ​ປິດ​ບ່າ​ ແລະ ຢູ່​ລຸ່ມ​ຫົວ​ເຂົ່າ, ເຈົ້າ​ຈະ​ຖືກ​ແນມ ແລະ ຈະ​ເປັນ​ຜູ້​ໜຶ່ງ​ທີ່​ເຮັດ​ໃຫ້​ທ່ານ​ເອງ​ເບິ່ງ​ບໍ່​ດີ​ໃນ​ສາຍ​ຕາ​ຂອງຄົນອື່ນ. ສະ​ນັ້ນ, ການ​ນຸ່ງ​ເຄື່ອງ​ທີ່​ເບິ່ງ​ເໝາະ​ສົມ​ນັ້ນ​ເປັນ​ສິ່ງ​ທີ່​ຕ້ອງ​ເອົາ​ໃສ່​ໃຈ ເພາະ​​ທ່ານເອງ​ທີ່​ຢູ່​ໃນ​ຖາ​ນະ​ເປັນ​ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື, ໄດ້​ຮັບ​ກ​ານ​ບໍ​ລິ​ການ​ທີ່​ດີ ແລະ ມີ​ປະ​ສົບ​ການ​ທີ່​ດີ​ຂື້ນ​ໄປ​ອີກ. ເອົາ​ແທ້ໆ ແລ້​ວ​ເຮັດ​ຫ​ຍັງ​ກໍ່​ຕ້ອງ​ເບິ່ງກ​າ​ລະ​ເທ​ສະ ແລະ ເບິ່ງ​ຜູ້​ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຂ້າງ ເພື່ອ​ໃຫ້​ທ່ານ​ເອງ​ເບິ່ງ​ຮຽບ​ຮ້ອຍ​ຢູ່​ຕະຫຼອດ​ເວ​ລາ.
  • ຄວນນັ່ງຫຼັງຢຽດຊື່: ຄົນເອມິເຣດນັ້ນໃສ່ໃຈຫຼາຍໃນເລື່ອງການປະຕິບັດຕົນ. ສຳລັບທ່າທີການນັ່ງ, ທ່ານຢ່າໄດ້ນັ່ງຫຼັງກົ່ງເດັດຂາດ. ພະຍາຍາມນັ່ງໃຫ້ຢຽດຊື່ ແລະ ຄວນໃສ່ເຄື່ອງທີ່ປົກປິດຫຼັງຕີນຂອງທ່ານ. ອີກຢ່າງ, ທ່ານບໍ່ຄວນຈະນັ່ງໃສ່ຂາຂຶ້ນຫ້າງ ເພາະຖ້າຕີນຂອງທ່ານຊີ້ໃສ່ໃຜແລ້ວ ມັນຖືເປັນເລື່ອງທີ່ບໍ່ມີມາລະຍາດທີ່ສຸດ.

  • ຮູ້​ຈັກ​ເຄົາ​ລົບ​ສາ​ສະ​ໜາ: ສາ​ສະ​ໜາ​ອິ​ດສະ​ລາມນັ້ນ​ເປັນ​ສາ​ສະ​ໜາ​ທີ່​ຄົນ​ໃນ​ປະ​ເທດ​ໃຫ​້​ຄວາມ​ເຄົາ​ນັບ​ຖື​ເປັນ​ຢ່າງ​ສູງ. ຖ້າ​ທ່ານ​ຫາກ​ບໍ່​ໃຫ້​ຄວາມ​ເຄົາ​ນັບ​ຖື ຫຼື ສະ​ແດງ​ການ​ກະ​ທຳ​ໃດ​ທີ່​ຖື​ເປັນ​ການ​ຢຽບ​ຢ່ຳ​ສາ​ສະ​ໜາ, ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ຖື​ເປັນ​ສິ່ງ​ທີ່​ຜິດ ແລະ ບໍ່​ມີ​ມາ​ລະ​ຍາດ​ທີ່​ສຸດ ເຊິ່ງ​ມັນ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ຖືກ​ປັບ​ໄໝ ຫຼື ຖືກ​ຈັບ​ກໍ​ເປັນ​ໄດ້. ເມື່ອ​ທ່ານໄປ​ທີ່​ປະ​ເທດ​ອາ​ຣັບ​ນັ້ນ ຈະ​ສາ​ມາດ​ສັງ​ເກດ​ໄດ້​ວ່າ​ທາງ​ໂບດ​ຂອງ​ສາ​ສະ​ໜາ​ອິ​ດສະ​ລາມ​ຈະ​ປະ​ກາດ​ໃຫ​້​ປະ​ຊາ​ຊົນ​ອະ​ທິ​ຖານ​ຜ່ານ​ລະ​ບົບ​ລຳ​ໂພງ ເພາະ​ຄົນ​ອິດ​ສະ​ລາມນັ້ນ​ຈະ​ອະ​ທິ​ຖານ 5 ຄັ້ງ​ຕໍ່​ມື້. ນອກ​ຈາກນັັ້ນ, ເຈົ້າ​ກໍ​ຈະ​ສັງ​ເກດ​ໄດ້​ວ່າບໍ່​ວ່າ​ເປັນ​ເຄື່ອງ​ສຽງ​ປະ​ເພດ​ໃດ​ກໍ​ຕາມ​ຈະ​ຖືກ​ປິດ​ເພື່ອ​ໃຫ້​ຊາວ​ອິ​ສະ​ລາມນັ້ນ​ໄດ້​ເຮັດ​ການ​ອະ​ທິ​ຖານ. ສະ​ນັັ້ນ, ການ​ໄປ​ຢ້ຽມ​ຍຽ​ມ​ຖີ່ນ​ອື່ນ​ທີ່​ມີ​ຄວາມ​ແຕ່​ຕ່າງ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ສາ​ສະ​ໜາ​ເຮົາ​ເອງ​ຮູ້​ຈັກ​ເຄົາ​ລົບ​ພ້ອມ​ທັງ​ໃຫ້​ຄວາມ​ນັບ​ຖື.
  • ການໃຊ້ມື: ຄົນເອມິເຣດນັ້ນຈະຖືວ່າມືຊ້າຍເປັນມືທີ່ບໍ່ສະອາດ. ສະນັ້ນ, ທຸກເທື່ອທີ່ທ່ານຈັບມື, ຮັບເຄື່ອງ, ຈັບອາຫານ ຄວນຈະໃຊ້ມືຂວາຂອງທ່ານຈະດີທີ່ສຸດເພາະຖືເປັນການປະຕິບັດຕາມມາລະຍາດທີ່ດີ.                 
                                               

       ສິ່ງທີ່ບໍ່​ຄວນ:


  • ຈົ່ງ​ເປັນ​ຄົນ​ເມົາ​ທີ່​ຮູ້​ກາ​ລະ​ເທ​ສະ: ຖ້າ​ເຈົ້າ​ຢາກ​ເປັນ​ຄົນ​ໜຶ່ງ​ທີ່​ມີ​ປະ​ສົບ​ການ​ໃນ​ການ​ທ່ອງ​ທ່ຽວ​ປະ​ເທດ​ດູ​ໄບ​ທີ່​ດີ ສິ່ງ​ທີ່ບໍ່​ຄວນ​ທຳ​ອິດ​ກໍ​ຄື​ເມົາ​ແລ້ວ​ຢ່າ​ໄດ້​ສ້າງ​ຄວາມ​ວຸ້ຍ​ວາຍ ໂດຍ​ສະ​ເພາະ​ແມ່ນ​ເຂດ​ສາ​ທາ​ລະ​ນະ ເພາະ​ທາງ​ປະເທດສະຫະລັດອາຣັບເອມິເຣດ​ນັ້ນ​ໄດ້​ອອກ​ກົດ​ໝາຍ​ທີ່​ເຮັດ​ໃຫ້​ທ່ານ​ສາ​ມາດ​ຕິດ​ຄຸກ​ໄດ້​ເຖິງ​ແມ່ນ​ຈະ​ເປັນ​ພຽງ​ເລື່ອງ​ເລັກ​ນ້ອຍ. ສະ​ນັ້ນ, ທຸກ​ເທື່ອ​ທີ່​ທ່ານ​ເມົາ​ ກໍ​ຄວນ​ຈ້າງ​ລົດແທັກ​ຊີ້ ແລ້ວ​ເມື່ອນ​ອນ​ຢູ່​ໂຮງ​ແຮມ.
  • ການ​ກະ​ທຳ​ທີ່​ເປັນ​ການ​ລວງ​ລະ​ເມີດ​ຝ່າຍ​ຍິງ: ປະ​ເທດ​ອາ​ຣັບ​ແຫ່ງນີ້ ເຕັ​ມ​ໄປ​ດ້ວຍ​ຄົນ​ທີ່​ຖື​ສາ​ສະ​ໜາ​ອິດ​ສະ​ລາມ. ຍ້ອນ​ແນວນັ້ນ, ທຸກໆ​ການ​ກະ​ທຳ​ບໍ່​ວ່າຈະເປັນຖ່າຍ​ຮູບ​ໂດຍບໍ່​ໄດ້​ຮັບ​ອະນຸ​ຍາດ ແລະ ຈັບ​ມື​ຜູ້​ຍິ​ງ​ຖື​ເປັນ​ສິ່ງ​ທີ່​ຫ້າມ​ທີ່​ສຸດ​ເພາະ​ວ່າ​ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​ຂອ​ງ​ສາ​ສະ​ໜາ​ດັ່ງ​ກ່າວ.
  • ການ​ນຳ​ໃຊ້​ພາ​ສາ ແລະ ການ​ກະ​ທຳ​ທີ່ບໍ່​ສຸ​ພາບ: ການ​ຖົ່ມ​ນ້ຳລາຍ ຫຼື ສະ​ແດງ​ກິ​ຣິ​ຍາ​ແບບ​ຮຸນ​ແຮງ (ລວມ​ທັງ​ການ​ນຳ​ໃຊ້​ມື​ເປັນ​ສື່​ສັນ​ຍະ​ລັກ​ຕ່າງໆ) ຖື​ເປັນ​ເລື່ອງ​ທີ່ບໍ່​ຄວນ​ເຮັດຫຼາຍ​ເພາະ​ມັນ​ສາ​ມາດ​ເຮັດ​ໃຫ້​ທ່ານ​ຕົກ​ຢູ່​ໃນ​ບັນ​ຫາ​ໄດ້.
  • ເຕັ້ນ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ: ສຳ​ລັບ​ການ​ເຕັ້ນ​ໃນ​ບ້ານ ຫຼື ສະ​ຖານ​ທີ່​ພັກ​ແຮມ​ຂອງ​ທ່ານນັ້ນ​ຖື​ເປັນ​ເລື່ອງ​ທຳ​ມະ​ດາ. ແຕ່​ຖ້າ​ຫາກ​ທ່ານ​ເຕັ້ນ​ໃນ​ທີ່​ສາ​ທາ​ລະ​ນ​ະ​ບໍ່​ວ່າ​ຈະ​ເປັນ​ການ​ເຕັ້ນ​ປະ​ເພດ​ໃດ​ກໍ​ຕາມ​ແມ່ນ​ຈະ​ຖື​ເປັນ​ສ​ິ່ງ​ທີ່ບໍ່​ມີ​ມາ​ລະ​ຍາດ ແລະ ກໍ່​ກວນ​ຄົນ​ອ້ອມ​ທີ່​ສຸດ.      

ແຫຼ່ງອ້າງອີງ: Travel Etiquette (Retrieved January, 1, 2016), Thai Dubai SiteJournals Worldnomads (Retrieved November, 15, 2015).

ຂໍ້ມູນອື່ນໆ ທີ່ຈຳເປັນໃນການທ່ອງທ່ຽວ (Travel Tips)


ຂໍ້ມູນອື່ນໆ ທີ່ຈຳເປັນໃນການທ່ອງທ່ຽວ


       ກ່ອນທີ່ຈະເຂົ້າໄປທ່ອງທ່ຽວປະເທດໜຶ່ງໆ ນັ້ນ, ນອກຈາກຈະຕ້ອງຮູ້ແຫຼ່ງທ່ອງທ່ຽວ, ວັດທະນະທຳ, ສິ່ງທີ່ຄວນ ແລະ ບໍ່ຄວນແລ້ວ. ສິ່ງທີ່ຈຳເປັນກໍແມ່ນການຮັບຮູ້ຂໍ້ມູນຕ່າງໆ ເພື່ອໃຫ້ການເດີນທາງມີຄວາມສະດວກສະບາຍຂຶ້ນ. ບົດຄວາມນີ້ພວກເຮົາໄດ້ນຳເອົາຄວາມຮູ້ອັນຈຳເປັນຈຳນວນໜຶ່ງມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ນຳກັນ.

  • ເງິນຕາ: ເງິນຕາຂອງປະເທດສະຫະລັດອາຣັບເອມິເຣດແມ່ນ ເດີແຮມ (Dirham) ເປັນສະກຸນເງິນທີ່ໃຊ້ເປັນທາງການໂດຍໂຕຫຍໍ້ຈະແມ່ນ AED ຫຼື Dh. ອັດຕາແລກປ່ຽນ 1 ເດີແຮມ ເທົ່າກັບ 2240.21 ກີບ.


ເງິນຕາຂອງປະເທດສະຫະລັດອາຣັບເອມິເຣດ ເດີແຮມ.

  • ໄຟຟ້າ: ສຳລັບໄຟຟ້າຂອງປະເທດສະຫະລັດອາຣັບເອມິເຣດນຳໃຊ້ 220 ແລະ 240 ໂວນ (V) ແລະ 50 ເຮີສ (Hz). ຮູສຽບໄຟສ່ວນໃຫຍ່ຈະເປັນແບບ ຮູບສີ່ຫຼ່ຽມສາມງ່າ. 
ປັກໄຟສີ່ຫຼ່ຽມສາມງ່າ


   *ຂໍ້ແນະນຳ: ຖ້າທ່ານຈະໄປທ່ອງທ່ຽວໃນປະເທດນີ້ຄວນຈະຖືຫົວຕໍ່ໄປນຳເພາະວ່າ ປະເທດລາວແມ່ນບໍ່ໄດ້ໃຊ້ປັກສຽບປະເພດນີ້ ເພື່ອໃຫ້ສະດວກໃນການທ່ອງທ່ຽວ.





  • ເວລາ: ປະເທດສະຫະລັດເອມິເຣດແມ່ນຕົກຢູ່ໃນເຂດມາດຕະຖານຂອງ Persian Gulf ເຊິ່ງຈະຊ້າກວ່າເວລາຢູ່ລາວ 3 ຊົ່ວໂມງ ໃນເຂດບົວໂມງ (UTC +4).

  • ການຕິດຕໍ່ສື່ສານ: ການຕິດຕໍ່ສື່ສານແມ່ນໃຊ້ລະບົບ GSM ໃຊ້ສຳລັບເຄືອຄ່າຍໂທລະສັບມືຖືໃນລະຫັດປະເທດ +971. ການນຳໃຊ້ອິນເຕີເນັດກໍຕ້ອງລະວັງ ເພາະວ່າປະເທດນີ້ເປັນປະເທດທີ່ເຂັ້ມງວດ ແລະ ເວັບໄຊ້ຈຳນວນຫຼາຍກໍຕ້ອງໄດ້ຮັບການກວດສອບຈາກລັດຖະບານ.

  • ສຳນັກງານການທ່ອງທ່ຽວ: ເບີໂທຕິດຕໍ່ກົມການທ່ອງທ່ຽວປະເທດດູໄບ 971-4-282-111 ແລະ ເວັບໄຊ້ Dubai Tourism.

  • ການຂໍວີຊ່າ: ສຳລັບການຂໍວີຊ່ານັ້ນແມ່ນທ່ານສາມາດຂໍວີຊ່າໄດ້ທີ່ປະເທດໄທ ເຊິ່ງເວລາທີ່ກຳນົດໃຫ້ນັກທ່ອງທ່ຽວນັ້ນແມ່ນພຽງ 30 ວັນ. ຖ້າຫາກຢາກຢູ່ຕໍ່ແມ່ນທ່ານສາມາດຫາຜູ້ອຸປະຖຳທີ່ເປັນຫົວໜ່ວຍທຸລະກິດຄື: ໂຮງແຮມ, ບໍລິສັດທ່ອງທ່ຽວຕ່າງໆ ເພື່ອຂະຫຍາຍເວລາການຢູ່ ທີ່ປະເທດສະຫະລັດອາຣັບເອມິເຣດ.
          ວິທີການຂໍວີຊ່າແມ່ນຈະສາມາດເຮັດໄດ້ຫຼັກໆ 3 ຊ່ອງທາງຄື: 
  1. ຍື່ນຂໍດ້ວຍຕົນເອງທີ່ສະຖານທູດໂດຍກົງ (ໂດຍມີເອກະສານຮັບຮອງຈາກຜູ້ອຸປະຖຳ).
  2. ຍື່ນຂໍໂດຍໜ່ວຍລາດຊະການ.
  3. ຍື່ນຂໍໂດຍສາຍການບິນ ຫຼື ໂຮງແຮມໃນຖານະຜູ້ອຸປະຖຳແທນຜູ້ເດີນທາງ.
* ທີ່ຕັ້ງສະຖານທູດສະຫະລັດອາຣັບເອມິເຣດ: ຕຶກ CRC Tower, ຊັ້ນທີ 29. ຖະໜົນ 87/2 ປະທຸມວັນ, ບາງກອກ 10330 ປະເທດໄທ.

ເບີໂທ: (+66) 2402 4000.
Fax: (+66) 2402 4044.
ເວລາ: ຈັນ ຫາ ພະຫັດ: 8.30 - 15.30 
          ສຸກ: 8.30 - 14.30

ຫົວໜ້າ: Mr. Mohamad Ali Ahmed Omran Al Shamsi, ນັກການທູດ.

  • ສາຍການບິນທີ່ໃຫ້ບໍລິການໄປເມືອງດູໄບ: ສາຍການບິນເອມິເຣດ (Emirates flights), ສາຍການບິນໄທ (Thai Airways flights), ສາຍການບິນເກົາຫຼີ (Korean flights), ສາຍການບິນຈີນ (China Eastern flights).

  • ສາຍການບິນທີ່ໃຫ້ບໍລິການໄປເມືອງອາບູດາບີ: ສາຍການບິນອີຕິຮັດ (Etihad Airways flights), ສາຍການບິນບາງກອກ (Bangkok Airways flights), ສາຍການບິນຫວຽດນາມ (Vietnam Airlines flights).

  • ເບີໂທຕິດຕໍ່ສຸກເສີນ:
        ໂທສຸກເສີນ            998
        ອັກຄີໄພ               997
        ຕຳຫຼວດ               999


ທ່ານສາມາດເຂົ້າໄປອ່ານເພີ່ມເຕີມໄດ້ທີ່ເວັບໄຊ້: UAE Travel Tips and Advices.

ແຫຼ່ງອ້າງອີງ: UAE Interact (Retrieved December, 14, 2015)SkyScannerEmbassy Pages  (Retrieved January, 20, 2016), 

ມົນສະເໜ່ແຫ່ງເມືອງຕາເວັນອອກກາງ ສະຫະລັດອາຣັບເອມິເຣດ (United Arab Emirates)


ຄຳນຳ


       ໃນປະເທດຕ່າງໆ ທົ່ວໂລກນັ້ນໄດ້ມີຈຸດສົນໃຈທີ່ສາມາດດຶງດູດເອົານັກທ່ອງທ່ຽວຈຳນວນມະຫາສານເຂົ້າສູ່ປະເທດ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມ ແລະ ອື່ນໆ ເຊິ່ງສິ່ງເຫຼົ່ານີ້ເປັນປັດໄຈສຳຄັນໃຫ້ແກ່ການຂະຫຍາຍເສດຖະກິດກໍຄືການນຳເຂົ້າລາຍໄດ້ພາຍໃນປະເທດນັ້ນເອງ. ພາຍໃນຂົງເຂດຕາເວັນອອກກາງນັ້ນ ກໍຍ່ອມມີປະເທດຕ່າງໆ ທີ່ມີຄວາມສວຍງາມ ເຊິ່ງວ່າໜຶ່ງໃນນັ້ນກໍຈະເປັນປະເທດສະຫະລັດອາຣັບເອມິເຣດ. ປະເທດສະຫະລັດອາຣັບເອມິເຣດນີ້ຂຶ້ນຊື່ຫຼາຍທາງດ້ານສະຖາປັດຕະຍະກຳ ແລະ ຄວາມທັນສະໄຫມດ້ານຕ່າງໆ, ອາດຈະເປັນເລື່ອງເອກະລັກທີ່ໂດດເດັ່ນ ແລະ ການນຸ່ງຖືຂອງເຂົາເຈົ້າ. ມື້ນີ້ພວກຂ້າພະເຈົ້າໄດ້ມີຄວາມສົນໃຈ ກ່ຽວກັບປະເທດສະຫະລັດອາຣັບເອມິເຣດ ຈຶ່ງໄດ້ຕັດສິນໃຈຂຽນບລ໊ອກນີ້ຂຶ້ນມາ ເຊິ່ງຈະປະກອບໄປດ້ວຍຫຼາຍໆ ບົດຄວາມບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວ, ຂໍ້ມູນທົ່ວໄປ ແລະ ພູມສັນຖານປະເທດ, ວັດທະນະທຳ, ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ, ກິລາ, ປະເພນີ, ເອກະລັກ, ສິ່ງທີ່ມີຊື່ສຽງ ແລະ ຂໍ້ມູນອື່ນໆ ທີ່ຈຳເປັນໃນການທ່ອງທ່ຽວ. 

    ຫວັງວ່າທ່ານຜູ້ອ່ານຈະໄດ້ຮັບຄວາມຮູ້ກ່ຽວກັບ ບົດຄວາມຂອງປະເທດສະຫະລັດອາຣັບເອມິເຣດຂອງພວກເຮົາໄປບໍ່ຫຼາຍກໍໜ້ອຍ ແລະ ກໍຫວັງຢ່າງສູງວ່າທ່ານຈະສະແດງຄວາມຄິດເຫັນຂອງທ່ານຕໍ່ກັບບົດຄວາມທີ່ທ່ານເຫັນອາດຈະມີຂໍ້ມູນຜິດພາດ ຫຼື ການໃຊ້ຖ້ອຍຄຳທີ່ບໍ່ຖືກຕ້ອງ, ຂໍ້ມູນບໍ່ຄົບຖ້ວນ ເພື່ອທີ່ພວກເຮົາຈະໄດ້ນຳໄປພັດທະນາ ພ້ອມທັງຕໍ່ຍອດໃຫ້ບົດມີຄວາມສົມບູນຂຶ້ນອີກ.

ສາລະບານ


1. ຂໍ້ມູນທົ່ວໄປ ແລະ ພູມສັນຖານປະເທດ (ໂດຍຫຍໍ້)


2. ແຫຼ່ງທ່ອງທ່ຽວ.


3. ວັດທະນະທຳ.


4. ບຸນປະເພນີຕ່າງໆ.


5. ກິລາ.


6. ກິດຈະກຳ.


7. ເອກະລັກ ແລະ ສິ່ງທີ່ມີຊື່ສຽງ.


8. ສິ່ງທີ່ຄວນ ແລະ ບໍ່ຄວນ.


9. ຂໍ້ມູນອື່ນໆ ທີ່ຈຳເປັນໃນການທ່ອງທ່ຽວ.



ສິ່ງທີ່ມີຊື່ສຽງ ແລະ ເອກະລັກ (Fame and Uniqueness)


ສິ່ງທີ່ມີຊື່ສຽງ


  • ອາຄານ Burj Dubai



      ສະຖານທີ່ຫຼັກຂອງປະເທດດູໄບແມ່ນ Burj Khalifa ທີ່ມີຊື່ສຽງ ໂດຍຕຶກດັ່ງກ່າວນັ້ນມີຄວາມສູງເຖິງ 828.8 ແມັດ ແລະ ໄດ້ຖືກຂະໜານນາມໃຫ້ເປັນຕຶກທີ່ສູງທີ່ສຸດໃນໂລກ. ສຳລັບນັກທ່ອງທ່ຽວທັງຫຼາຍທີ່ໄປຢ້ຽມຢາມນັ້ນ ສິ່ງທີ່ຄວນເຮັດ ແລະ ພາດບໍ່ໄດ້ນັ້ນກໍຄືຂຶ້ນໄປທີ່ຊັ້ນທີ 124 ເຊິ່ງແມ່ນດາດຟ້າຂອງຕຶກ ເພາະວ່າວິວທົ່ວຕົວເມືອງຈາກມຸມສູງນັ້ນເປັນສິ່ງທີ່ຈະເຮັດໃຫ້ຜູ້ມາທ່ອງທ່ຽວຮູ້ສຶກມະຫັດສະຈັນໃຈແທ້ໆ. ຢູ່ທິ່ເທິງດາດຟ້ານັ້ນ ມີທັງເຄື່ອງນຳສະເໜີອັນທັນສະໄຫມກ່ຽວກັບປະເທດດູໄບ ແລະ ຕົວຂອງຕຶກເອງ (ເຊິ່ງສ້າງແລ້ວໃນປີ 2010). ກ່ອນທີ່ລິບຈະພາໂຕຂອງທ່ານຂຶ້ນໄປຍັງຊັ້ນດາດຟ້ານັ້ນ, ນັກທ່ອງທ່ຽວສາມາດແນມເບິ່ງຕົວເມືອງອ້ອມຮອບ ເຊິ່ງວ່າຢາກໜຶ່ງກໍຈະແນມເຫັນທະເລຊາຍ ແລະ ອີກຟາກໜຶ່ງກໍຈະແນມເຫັນມະຫາສະໝຸດ. ການໄປຢ້ຽມຢາມສະຖານທີ່ດັ່ງກ່າວໃນຊ່ວງກາງຄືນນັ້ນ ເປັນສິ່ງທີ່ທຸກຄົນໃຫ້ຄວາມສົນໃຈຫຼາຍໂດຍສະເພາະແມ່ນນັກຖ່າຍຮູບຂອງປະເທດດູໄບນັ້ນເອງ.

   ຖ້າຫາກວ່າເວົ້າເຖິງດ້ານລຸ່ມຂອງຕຶກແລ້ວ, ອ້ອມຂ້າງນັ້ນແມ່ນເຕັມໄປດ້ວຍສວນທີ່ອອກແບບຢ່າງສວຍງາມພ້ອມທັງມີທາງຍ່າງທີ່ມີລົມພັດຕະຫຼອດເວລາ. ນອກຈາກນັ້ນ, ຍັງອ້ອມຮອບດ້ວຍນ້ຳພຸທີ່ໂດດເດັ່ນ ລວມໄປເຖິງນ້ຳພຸດູໄບເຊິ່ງເປັນນ້ຳພຸທີ່ສາມາດປ່ອຍນ້ຳຂຶ້ນເທິງໄດ້ສູງທີ່ສຸດໃນໂລກ ເຊິ່ງນັກອອກແບບນ້ຳພຸແມ່ນນັກອອກແບບຊາວລາສເວກັສ (Las Vegas).



ສິ່ງທີ່ເປັນເອກະລັກ


      ສິ່ງທີ່ເປັນເອກະລັກອັນໂດດເດັ່ນແຫ່ງການເປັນສະຫະລັດອາຣັບເອມິເຣດນັ້ນຈະເປັນການແຕ່ງກາຍທີ່ສືບທອດກັນມາຕາມວັດທະນະທຳ ຫຼື ບັນພະບູລຸດ ບໍ່ວ່າຈະເປັນທັງຍິງ ຫຼື ຊາຍ ເຊິ່ງເປັນການປະຕິບັດກັນມາດົນນານແລ້ວ. ການແຕ່ງໂຕຖືເປັນພິທີການອັນໜຶ່ງທີ່ສຳຄັນຫຼາຍສຳລັບຊາວເອມິເຣຕິ.

1. ການນຸ່ງຖືຂອງຜູ້ຊາຍ.



ຜູ້ຊາຍຈະໃສ່ຊຸດທີ່ເອີ້ນວ່າ: ດິສແດສ
DishDash
ເຊິ່ງເປັນການນຸ່ງຖືແບບປົກປິດ (ເສື້ອຄຸມຍາວສີຂາວ) ແລະ ເອົາຜ້າປົກຫົວ.



2. ການນຸ່ງຖືສຳລັບຜູ້ຍິງ.


ຜູ້ຍິງຈະໃສ່ຊຸດອາບາຍາ Abaya ເປັນເສື້ອຄຸມຍາວສີດຳ. ສຳລັບຜ້າພັນຫົວຈະກວມເອົາຄໍ
ເຊິ່ງບາງຄົນອາດຈະເພີ່ມຜ້າເພື່ອປິດປາກ ແລະ ດັງ.

ກິດຈະກຳທີ່ຫນ້າສົນໃຈ (Activities)


ກິດຈະກຳຕ່າງໆ ທີ່ຫນ້າສົນໃຈ



      ນອກຈາກປະເທດສະຫະລັດອາຣັບເອມິເຣດມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍແລ້ວ ກໍຍັງມີກິດຈະກຳທີ່ຫນ້າສົນໃຈປະເພດຕ່າງໆບໍ່ໜ້ອຍເລີຍ. ໃນບົດຄວາມນີ້ພວກເຮົາໄດ້ນຳເອົາກິດຈະກຳທີ່ໄດ້ຮັບຄວາມນິຍົມຫຼາຍ ໂດຍຢືນຢັນຈາກຜູ້ທີ່ເຄີຍໄປໃຊ້ບໍລິການມາໃຫ້ທ່ານຜູ້ອ່ານໄດ້ອ່ານກັນ.


1. ລ່ອງເຮືອສີເຫຼືອງ (The Yellow Boat)



ວິດີໂອສະແດງໃຫ້ເຫັນການຂີ່ເຮືອສີເຫຼືອງ.
ຂໍຂອບໃຈ: Youtube.

   ກິດຈະກຳນີ້ເປັນກິດຈະກຳທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ເພາະວ່າມັນເປັນກິດຈະກຳທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ, ທ້າທາຍ ແລະ ກໍຫນ້າຈົດຈຳ ເຊິ່ງວ່າຜູ້ຮັບເຮືອຈະພາທ່ານໄປລ່ອງເຮືອເຂດໂຮງແຮມ ເບີ ຈາຣ໌ ອາຣັບ (Burj Aj Arab) ດ້ວຍຄວາມໄວສູງ ແລະ ຜູ້ຂີ່ເຮືອເອງກໍຕ້ອງໃສ່ເສື້ອຊູຊີບເພື່ອປ້ອງກັນໄພທີ່ບໍ່ຄາດຄິດ.


2. ຂີ່ລົດເລາະສວນສັດຊາຟາຣີ (Platinum Heritage Luxury Tours and Safaris)



ວິດີໂອສະແດງໃຫ້ເຫັນການຂີ່ລົດເລາະທະເລຊາຍ.
ຂໍຂອບໃຈ: Youtube.

     ສິ່ງທີ່ໜ້າສົນໃຈສຳລັບກິດຈະກຳນີ້ແມ່ນການໄດ້ນັ່ງລົດຈິບແບບທີ່ຄົງຄວາມ່ດັ້ງເດີມ ແລ້ວຈະມີຄົນພາທ່ານໄປສູ່ເຂດແດນດິນທະເລຊາຍອັນກວ້າງຂວາງ ພ້ອມທັງຮຽນຮູ້ໄປກັບສັດສາວາສິ່ງທີ່ຢູ່ເຂດນັ້ນທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ ເຊິ່ງສາມາດຊ່ວຍຍໃຫ້ທ່ານໄດ້ເພີດເພີນໃຈ. ທີ່ສຳຄັນໄປກວ່ານັ້ນກໍຄືການຢ່າງແບບປົດເກີບເທິງທະເລຊາຍທີຈະໃຫ້ປະສົບການທີ່ແປກໃຫມ່ສຳລັບທ່ານໄປອີກຂັ້ນໜຶ່ງ.

3. ລອຍນ້ຳກັບປາໂລມາ (Dolphin Bay) 




ວິດີໂອສະແດງໃຫ້ເຫັນເຖິງກິດຈະກຳລອຍນ້ຳກັບປາໂລມາ.
ຂໍຂອບໃຈ: Youtube.

      ໃຜໆ ທີ່ມາປະເທດສະຫະລັດອາຣັບເອມິເຣດແລ້ວແມ່ນພາດກິດຈະກຳນີ້ບໍ່ໄດ້ ກໍຄືການໄປລອຍນ້ຳກັບສັດທະເລ ເຊິ່ງແມ່ນປາໂລມາ. ຄົນສ່ວຍໃຫຍ່ມັກມາເຮັດກິດຈະກຳນີ້ເພາະນອກຈາກຈະມີພະນັກງານທີ່ໃຫ້ຂໍ້ມູນທີ່ດີແລ້ວ, ປາໂລມາກໍຍັງສະຫຼາດ ແລະ ຄຳຮູ້ນຳອີກ. ທ່ານສາມາດຫຼິ້ນນຳປາໂລມາ ອາດຈະເປັນການໂຍນບານ, ເຕັ້ນ ແລະ ອື່ນໆ. ພວກເຮົາເຊື່ອແນ່ນອນວ່າທ່ານຈະໄດ້ຮັບປະສົບການທີ່ດີຫາກທ່ານໄປເຮັດກິດຈະກຳນີ້.


4. ຕຶກເບັດ (Go Fishing Tours)



ວິດີໂອສະແດງໃຫ້ເຫັນພາບບັນຍາກາດເທິງເຮືອ
ຂໍຂອບໃຈ: Youtube.


      ກິດຈະກຳນີ້ກຸ່ມຄົນທີ່ມັດໃຫ້ຄວາມສົນໃຈຈະເປັນ ກຸ່ມນັກທ່ອງທ່ຽວແບບຄອບຄົວ ຫຼື ໝູ່ເພື່ອນ ເພາະວ່າການໄດ້ເຮັດກິດຈະກຳນີ້ເປັນສ່ວນໜຶ່ງໃນການສ້າງສາຍສຳພັນລະຫວ່າງຄອບຄົວໃຫ້ແໜ້ນແຟ້ນຂຶ້ນຕື່ມ. ພະນັກງານເທິງເຮືອແຕ່ລະຄົນກໍໃຫ້ການຕ້ອນຮັບທີ່ດີ, ຫ່ວງໃຍ ແລະ ໃສ່ໃຈໃນຄວາມປອດໄພຂອງລູກຄ້າ. ເທິງເຮືອຍັງມີເຄື່ອງມືຕຶກເບັດປະເພດຕ່າງໆ ທີ່ເປັນເຄື່ອງມືທີ່ລ້ວນແລ້ວແຕ່ຄູນະພາບດີ. ໃຜຈະຮູ້ຖ້າທ່ານໂຊກດີ ອາດຈະຕຶກປາໄດ້ໂຕໃຫຍ່ໆ ກັບບ້ານກໍເປັນໄດ້!


5. ຂີ່ຍົນຊົມວິວເໜືອຕົວເມືອງ (Seawings Seaplane Tours)



ວິດີໂອສະແດງໃຫ້ເຫັນການຂີ່ຍົນເໜືອຕົວເມືອງ
ຂໍຂອບໃຈ: Youtube.

       ນັ່ງເທິງຍົນ, ເບິ່ງວິວຈາກມຸມສູງ ແລະ ຖ່າຍຮູບເກັບພາບບັນຍາກາດ ຊ່າງເປັນອີ່ຫຍັງທີ່ມີຄວາມສຸກໃນການທ່ອງທ່ຽວ. ໃນການທ່ອງທ່ຽວຄັ້ງນີ້ ຜູ້ຂັບຍົນຈະພາທ່ານໄປສູ່ທ້ອງຟ້າອັນກວ້າງໃຫຍ່ ເໜືອຕົວເມືອງທີ່ສ່ວຍງາມ ເຮັດໃຫ້ທ່ານໄດ້ເຫັນທຸກສິ່ງທີ່ໜ້າຈົດຈຳຈາກມຸມສູງ ບໍ່ວ່າຈະເປັນການຂີ່ໄປເຍິ່ງສະຖານທີ່ທີ່ໂດ່ງດັງ ເຊັ່ນ: ໝູ່ເກາະຕົ້ນປາມ (The Palm Jumeirah), ຕຶກສູງ (Burj Khalifa) ແລະ ອື່ນໆ.


ທ່ານສາມາດເຂົ້າໄປອ່ານກິດຈະກຳອື່ນໆ ທີ່ຫຼາກຫຼາຍກວ່ານີ້ໄດ້ທີ່: Trip Advisor.

ແຫຼ່ງອ້າງອີງ: Trip Advisor (Retrieved December, 22, 2015).

วันอังคารที่ 5 มกราคม พ.ศ. 2559

ກິລາ (Sports)


ກິລາ


      ປະເທດສະຫະລັດອາຣັບເອມິເຣດນັ້ນລວມມີ ກິລາຫຼາກຫຼາຍປະເພດທີ່ຊ່ວຍເປັນຈຸດສົນໃຈ ທັງດຶງດູດເອົານັກທ່ອງທ່ຽວມາຈາກປະເທດຕ່າງໆ ໃນທົ່ວໂລກ. ກິລາຫຼັກໆ ທີ່ມີຊື່ສຽງພາຍໃນປະເທດເຊິ່ງຈະເປັນ: ເຕະບານ, ບານບ້ວງ, ຕີກອຟ໌, ແລ່ນມາຣາທອນ.



1. ເຕະບານ: ສະມາຄົມເຕະບານຂອງສະຫະລັດອາຣັບເອມິເຣດໄດ້ສ້າງຕັ້ງຂຶ້ນທຳອິດໃນປີ 1971 ເຊິ່ງນັບແຕ່ນັ້ນມາປະເທດສະຫະລັດອາຣັບເອມິເຣດໄດ້ທຸ່ມເທເວລາໃນການຝຶກຊ້ອມ ແລະ ພະຍາຍາມທີ່ຈະສົ່ງເສີມກິລາປະເພດນີ້ໃຫ້ມີຊື່ສຽງ. ຍ້ອນແນວນັ້ນ, ໄດ້ເຮັດໃຫ້ເກີດມີການຈັດຕັ້ງຊາວໜຸ່ມ ແລະ ປັບປຸງຄວາມສາມາດບໍ່ພຽງແຕ່ຜູ້ຫຼິ້ນເທົ່ານັ້ນ ຍັງໄດ້ປັບປຸງພະນັກງານ, ຄູຝຶກຊ້ອມເພື່ອໃຫ້ມີສ່ວນຮ່ວມກັບທີມລະດັບພາກພື້ນຂອງປະເທດຕົນ.


      ທີມຊາດສະຫະລັດອາຣັບເອມິເຣດໄດ້ຮັບລາງວັນໃນປີ 2005 (Kirin Cub) ເຊິ່ງເປັນເກມທີ່ພົບກັບທີມຊາດເປຣູ (Peru) ຢູ່ທີ່ປະເທດຍີ່ປຸ່ນ, ທີ່ໜ້າສົນໃຈໄປກວ່ານັ້ນ, ທີມຊາດສະຫະລັດອາຣັບເອມິເຣດໄດ້ຖືກຈັດອັນດັບໂລກໃຫ້ເປັນທີ 110 ໂດຍຂໍ້ມູນອີງຕາມການຈັດອັນດັບຂອງຟີຟ່າ FIFA.




2. ບານບ້ວງ: ປະເທດສະຫະລັດອາຣັບເອມິເຣດ ໄດ້ເປັນເຈົ້າພາບໃນການຈັດງານບານບ້ວງຊິງແຊ້ມໂລກຄັ້ງທີ 17 ໃນປີ 2014 ເຊິ່ງເປັນປະເທດທຳອິດໃນຂົງເຂດຕາເວັນອອກກາງທີ່ໄດ້ຈັດງານດັ່ງກ່າວ. ງານນັ້ນໄດ້ຖືເປັນກິດຈະກຳການແຂ່ງຂັນສາກົນທີ່ສຳຄັນໃນແຫຼມອາຣັບ.


3. ງານແຂ່ງມ້າລະດັບໂລກ: ງານດັ່ງກ່າວແມ່ນຖືກຈັດຂຶ້ນໃນເມືອງດູໄບ ບ່ອນທີ່ຖືກຂະໜານນາມວ່າເປັນການແຂ່ງຂັນທີ່ມີລາງວັນທີ່ສູງສຸດເລີຍກໍວ່າໄດ້. ຈັດງານຂຶ້ນໃນຊ່ວງເດືອນເມສາ ເຊິ່ງສາມາດຈູງໃຈຜູ້ຊົມຈາກທົ່ວໂລກໃຫ້ເຂົ້າມາຊົມ ແລະ ບໍ່ພຽງແຕ່ເທົ່ານັ້ນ ງານນີ້ຍັງໄດ້ເຊີນຊວນໃຫ້ນັກແຂ່ງມ້າທີ່ດີທີ່ສຸດ, ມ້າທີ່ດີທີ່ສູດ ແລະ ຜູ້ຝຶກມ້າທີ່ດີທີ່ສຸດໃຫ້ເຂົ້າມາຮ່ວມການແຂ່ງຂັນອັນທ້າທ້າຍນີ້. 

4. ງານແຂ່ງຂັນຕີກອຟ໌: ຕົວເມືອງດູໄບນັ້ນມີສະໜາມກອຟ໌ທີ່ມີຊື່ສຽງ ແລະ ມັກຈະຈັດການແຂ່ງຂັນຂຶ້ນໃນທຸກໆ ປີ ເປັນເຫດໃຫ້ນັກຕີກອຟ໌ຜູ້ມີຝີມືທັງຫຼາຍທົ່ວໂລກເດີນທາງເຂົ້າມາຮ່ວມງານ. ສິ່ງດຶງດູດໃຈກໍຄື ຈຳນວນເງິນລາງວັນສຳລັບຜູ້ເຂົ້າແຂ່ງຂັນທີ່ສູງເຖິງ​ 44 ລ້ານ ຕາມການມອບໝາຍໂດຍອົງການຈັດຕັ້ງການແຂ່ງຂັນການທ່ອງທ່ຽວປະເທດເອີຣົບ ເຊິ່ງເປັນເກມທີ່ຄົນໃຫ້ຄວາມນິຍົມຫຼາຍພາຍໃນປະເທດ ແລະ ຕ່າງປະເທດກໍເຊັ່ນດຽວກັນ.



ວິດີໂອການແຂ່ງຂັນຕີກອຟ໌
ຂໍຂອບໃຈ: Youtube.

5. ງານແລ່ນມາຣາທອນ: ງານນີ້ແມ່ນໄດ້ຈັດຂຶ້ນໃນເດືອນມັງກອນຂອງທຸກປີ. ໃນນັ້ນລວມມີການແຂ່ງຂັນໄລຍະ 3 ກິໂລແມັດ, 10 ກິໂລແມັດ ແລະ 50 ກິໂລແມັດ. ສຳລັບຜູ້ທີ່ໄດ້ຮັບໄຊຊະນະໃນການແຂ່ງຂັນແມ່ນມາຈາກທົ່ວທຸກມຸມໂລກເພື່ອມາເຂົ້າຮ່ວມງານມະຫະກຳດັ່ງກ່າວ ເຊິ່ງຈຳນວນຜູ້ເຂົ້າຮ່ວມກໍເພີ່ມທະວີຂຶ້ນທຸກປີ.



ວິດີໂອຈຸດເດັ່ນຂອງງານແລ່ນມາຣາທອນ
ຂໍຂອບໃຈ: Youtube.


ແຫຼ່ງອ້າງອີງ: Wikipedia (Retrieved December, 1, 2015), iExplore (Retrieve November, 25, 2015)

ບຸນປະເພນີຕ່າງໆ (Festival Events)


ບຸນປະເພນີຕ່າງໆ



     ເປັນເວລາຫຼາຍປີຜ່ານມາແລ້ວທີ່ລັດຖະບານຂອງສະຫະລັດອາຣັບເອມິເຣດໄດ້ພະຍາຍາມຈັດສັນເທດສະການຕ່າງໆ ເພື່ອຈຸດປະສົງຫຼັງກໍຄືໃຫ້ເປັນຈຸດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາໃນປະເທດ ພ້ອມທັງໄດ້ຂະຫຍາຍເສດຖະກິດທາງດ້ານການທ່ອງທ່ຽວຂອງປະເທດເຂົາເຈົ້າເອງ. ບໍ່ວ່າຈະເປັນງານແຂ່ງຂັນກິລາ ແລະ ເທດສະການທາງວັດທະນະທຳ ຕ່າງກໍເປັນຈຸດສົນໃຈຫຼັກທີ່ຊ່ວຍເພີ່ມຈຳນວນນັກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ. ບົດຄວາມນີ້ພວກເຮົາໄດ້ນຳເອົາບຸນປະເພນີຫຼັກໆ ທີ່ຕື່ນຕາຕື່ນໃຈມາໃຫ້ທ່ານຜູ້ອ່ານໄດ້ອ່ານກັນ.


1. ງານຣະມະດັນ (Ramadan)



ພາບບັນຍາກາດງານຣະມະດັນ

     ໃນປະຕິທິນຂອງຊາວອິດສະລາມ ເດືອນ 9 ຈະຖືເປັນເດືອນທີ່ສັກສິດທີ່ຈະຈັດງານຣະມະດັນ. ໃນປະເທດດູໄບນັ້ນ, ເວລານີ້ແມ່ນຈະໄດ້ມີການສະເຫຼີມສະຫຼອງດ້ວຍການຈັດກິດຈະກຳຕ່າງໆ ຂຶ້ນ ບໍ່ວ່າຈະເປັນທັງພາກສ່ວນໃດກໍຈະໄດ້ສະເຫຼີມສະຫຼອງງານນີ້ ອາດຈະມີທັງຄອບຄົວ, ໝູ່ເພື່ອນ. ທຸກຄົນຈະໄດ້ມາຮວມຕົວກັນເພື່ອອະທິຖານ, ເພື່ອກາບໄຫວ້ເດືອນທີ່ສັກສິດດັ່ງກ່າວ. ຊ່ວງເວລານີ້ແມ່ນທຸກຄົນຈະບໍ່ກິນອາຫານເຊົ້າ ແລະ ສວາຍ, ແຕ່ຈະກິນເມື່ອຕອນກາງຄືນ ເພາະເປັນສິ່ງທີ່ນັບຖືກັນມາ.


2. ງານມະຫະກຳຊື້ເຄື່ອງ (Dubai Shopping Festival)



Dubai Shopping Festival

      
     ໃຜທີ່ມັກ ແລະ ຕິດອົກຕິດໃຈໃນການຊື້ເຄື່ອງແມ່ນກຽມອົກກຽມໃຈໄວ້ເລີຍ ເພາະວ່າເທດສະການດັ່ງກ່າວນີ້ກິນເວລາຫຼາຍເດືອນ. ໃນຊ່ວງເດືອນມັງກອນ ແລະ ກຸມພາ ທຸກໆຫ້າງຮ້ານຈະຈັດໂປຣໂມຊັ່ນຫຼຸດສິນຄ້າປະເພດຕ່າງໆ ເຊິ່ງສາມາດດຶງດູດຄົນທົ່ວໂລກໃຫ້ເຂົ້າມາທ່ອງທ່ຽວໃນປະເທດໄດ້ຫຼາຍ. ນອກຈາກນັ້ນ, ກໍມີຄອນເສີດ ແລະ ສິ່ງບັນເທີງອື່ນໆ ໃຫ້ແກ່ຜູ້ທີ່ມາຊື້ສິນຄ້າໄດ້ຮັບຊົມອີກດ້ວຍ.

3. ເທດສະການເພງແຈສ ອາບູດາບີ ແຫ່ງຊາດ (Abu Dhabi International Jazz Festival)



International Jazz Festival


        ຫາກທ່ານເປັນແຟນເພງປະເພດ ເພງແຈສຢ່າໄດ້ພາດງານນີ້ ເພາະເທດສະການດັ່ງກ່າວແມ່ນໄດ້ເຕົ້າໂຮມເອົາຜູ້ທີ່ຫຼົງໄຫຼໃນເພງແຈສໃຫ້ມາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຢູ່ທີ່ເມືອງອາບູດາບີ. ໃນເດືອນ ພຶດສະພາຂອງທຸກປີນັ້ນ ຈະມີການສະແດງຈາກນັກດົນຕີແຈສຈາກທົ່ວທຸກມຸມໂລກ ເປັນຈຸດສົນໃຈຫຼັກຂອງຜູ້ທີ່ຮັກສຽງເພງ. ທີ່ໜ້າສົນໃຈແມ່ນ ເທດສະການນີ້ເຄີຍໃຊ້ເວລາພຽງ 2 ວັນໃນເມື່ອກ່ອນ ແຕ່ດຽວນີ້ແມ່ນໄດ້ຮັບການຕອບຮັບທີ່ຫຼວງຫຼາຍເລີຍຖືກເລື່ອນອອກໄປເປັນເວລາເກີນກວ່າ 1 ອາທິດ.

4. ງານມະຫະກຳຮູບເງົາແຫ່ງຊາດ (International Film Festival Dubai)



International Film Festival

       ງານມະຫະກຳຮູບເງົາແຫ່ງຊາດຂອງດູໄບນັ້ນຖືກຈັດຂຶ້ນໃນເດືອນພະຈິກ ໃນແຕ່ລະປີເຊິ່ງຊ່ວຍດຶງດູດເອົາຜູ້ຄົນຈຳນວນຫຼວງຫຼາຍເຂົ້າມາໃນປະເທດ ໃນນັ້ນບໍ່ມີພຽງແຕ່ຜູ້ສົນໃຈໃນຮູບເງົາທີ່ມາຈາກພາກຕາເວັນອອກາງ ແລະ ຍູໂຣບເທົ່ານັ້ນ, ແຕ່ຍັງມີຜູ້ສ້າງໜັງລະດັບ Hollywood ທີ່ເຂົ້າຮ່ວມງານອັນຊົງກຽດນັ້ນດ້ວຍ.

5. ງານວັນຊາດ (National Day Festival)



ວິດີໂອສະແດງວັນຊາດຂອງສະຫະລັດອາຣັບເອມິເຣດ
ຂໍຂອບໃຈວິດີໂອ: Youtube.

   ພິທີການສະເຫຼີມສະຫຼອງວັນຊາດ ຂອງສະຫະລັດອາຣັບເອມິເຣດນັ້ນແມ່ນຈັດຂຶ້ນ ເພື່ອສະຫຼອງວັນທີ່ໄດ້ຮັບອິດສະຫຼະພາບຈາກການອອກຈາກແອກປົກຄອງຂອງປະເທດອັງກິດ. ງານດັ່ງກ່າວຖືກຈັດຂຶ້ນໃນເດືອນທັນວາ ເຊິ່ງເຕັມໄປດ້ວຍການສະແດງທີ່ອັດສະຈັນໃຈ ຢູ່ທີ່ຕົວເມືອງດູໄບ ແລະ ອາບູດາບີ. ດັ່ງນັ້ນ, ໃຜທີ່ຄິດຈະໄປທ່ອງທ່ຽວຊ່ວງນີ້ຄວນຈັດສັນການທ່ອງທ່ຽວຂອງຕົນເອງໃຫ້ດີເພາະວ່າສະຖານທີ່ພັກແຮມຖືກຈອງເຕັມໄວຫຼາຍ.

ແຫຼ່ງອ້າງອີງ: iExplore (Retrieved November, 13, 2015).