วันอาทิตย์ที่ 27 ธันวาคม พ.ศ. 2558

ກິລາ (Sports).


ກິລາ.


ປະເທດສະຫະລັດອາຣັບເອມິເຣດສນັ້ນແມ່ນລວມມີກິລາຫຼາກຫຼາຍປະເທດທີ່ຊ່ວຍໃຫ້ເປັນຈຸດສົນໃຈ ທັງເປັນຈຸດດຶງດູດເອົານັກທ່ອງທ່ຽວມາຈາກປະເທດຕ່າງໆ ໃນທົ່ວໂລກ. ກິລາຫຼັກໆ ທີ່ມີຊື່ສຽງພາຍໃນປະເທດຈະເປັນ: ເຕະບານ, ບານບ້ວງ, ແຂ່ງລົດ, ຕີກອຟ໌, ຕີດອກປີກໄກ່.

1)   ເຕະບານ: ສະມາຄົມເຕະບານຂອງສະຫະລັດອາຣັບເອມິເຣດໄດ້ສ້າງຕັ້ງຂຶ້ນທຳອິດໃນປີ 1971 ເຊິ່ງນັບຕັ້ງແຕ່ນັ້ນມາ ປະເທດສະຫະລັດອາຣັບເອມິເຣດໄດ້ທຸ້ມເທເວລາໃນການຝຶກຊ້ອມ ແລະ ພະຍາຍາມທີ່ຈະສົ່ງເສີມເກມກິລາປະເພດນີ້ໃຫ້ມີຊື່້ສຽງ. ຍ້ອນແນວນັ້ນ, ໄດ້ເຮັດໃຫ້ມີການຈັດຕັ້ງຊາວຫນຸ່ມ ແລະ ປັບປຸງຄວາມສາມາດບໍ່ພຽງແຕ່ຜູ້ຫຼິ້ນເທົ່ານັ້ນ ຍັງໄດ້ປັບປຸງພະນັກງານ, ຄູຝຶກຊ້ອມເພື່ອໃຫ້ມີສ່ວນຮ່ວມກັບທີມລະດັບພາກພື້ນຂອງປະເທດຕົນ.




ທີມຊາດສະຫະລັດເອມິເຣດ ໄດ້ຮັບລາງວັນໃນປິ 2005 (Kirin Cup) ເຊິ່ງເປັນເກມທີ່ພົບປະກັບທີມຊາດເປຣູ (Peru) ຢູ່ທີ່ປະເທດຍີ່ປຸ່ນ. ທີ່ຫນ້າສົນໃຈໄປກວ່ານັ້ນ, ທີມຊາດສະຫະລັດອາຣັບເອມິເຣດ ໄດ້ຖືກຈັດອັນດັບໃນປະຈຸບັນແມ່ນທີ 110 ຂອງໂລກ ໂດຍຂໍ້ມູນອີງຕາມການຈັດອັນດັບຂອງ FIFA.

2)   ບານບ້ວງ: ປະເທດສະຫະລັດອາຣັບເອມິເຣດ ໄດ້ເປັນເຈົ້າພາບໃນການຈັດການແຂ່ງຂັນບານບ້ວງຊິງແຊ້ມໂລກຄັ້ງທີ 17 ໃນປີ 2014 ເຊິ່ງເປັນປະເທດທຳອິດໃນອາຊີທີ່ໄດ້ຈັດງານດັ່ງກ່າວ. ງານນັ້ນໄດ້ຖືເປັນກິດຈະກຳການແຂ່ງຂັນສາກົນທີ່ສຳຄັນໃນແຫຼມອາຣັບ.


ວິດີໂອການແຂ່ງຂັນຂອງສະຫະລັດອາຣັບເອມິເຣດ ກັບ ຟິລິບປິນ ໃນປີ 2014
ຂໍຂອບໃຈ: Youtube.


3)   ການແຂ່ງລົດ: ງານແຂ່ງຂັນ Motorsport ຄັ້ງທຳອິດຂອງສະຫະລັດເອມິເຣດແມ່ນຈັດຂຶ້ນໃນປີ 1981 ເຊິ່ງໄດ້ຈັດຂຶ້ນໃນຈຸດປະສົງຂອງການກໍ່ສ້າງ Deira Corniche ໃນລະຫວ່າງການສະເຫຼີມສະຫຼອງຂອງການຄົບຮອບ 10 ປິຂອງສະຫະລັດອາຣັບເອມິເຣດ. ງານແຂ່ງຂັນລົດແມ່ນເປັນຈຸດເດັ່ນໃນການທ່ອງທ່ຽວ ແລະ ສະເຫຼີມສະຫຼອງວັນຊາດອັນສຳຄັນຂອງສະຫະລັດອາຣັບເອມິເຣດ.



4)   ກອຟ໌: ງານ DP World Tour Championship ທີ່ສະໜາມກອຟ໌ Jumeirah ເຊິ່ງມີລາງວັນສູງເຖິງ 44 ລ້ານ ຕາມການມອບໝາຍໂດຍອົງການຈັດຕັ້ງການແຂ່ງຂັນການທ່ອງທ່ຽວປະເທດເອີຣົບ ເຊິ່ງເປັນເກມທີ່ຄົນໃຫ້ຄວາມນິຍົມຫຼາຍໃນປະເທດ ແລະ ຕ່າງປະເທດກໍເຊັ່ນດຽວກັນ.



ຂໍຂອບໃຈ: Youtube.



ແຫຼ່ງອ້າງອີງ: Wikipedia

ກິດຈະກຳ. (Things to do)

ກິດຈະກຳຕ່າງໆ.


          ປະເທດສະຫະລັດອາຣັບເອມິເຣດມີແຫຼ່ງທ່ອງທ່ຽວ ທີ່ຫຼາກຫຼາຍແຫ່ງແລ້ວ ກໍຍັງມີກິດຈະກຳທີ່ຫນ້າສົນໃຈບໍ່ໜ້ອຍເລີຍ. ໃນບົດຄວາມນີ້ພວກເຮົາກໍໄດ້ຄັດເລືອກເອົາກິດຈະກຳທີ່ໄດ້ຮັບຄວາມນິຍົມຫຼາຍ ໂດຍຢືນຍັນຈາກຜູ້ທີ່ເຄີຍໄປໃຊ້ບໍລິການມາໃຫ້ທ່ານຜູ້ອ່ານໄດ້ອ່ານກັນ.

                                      1)     ລ່ອງເຮືອສີເຫຼືອງ (The Yellow Boats)


ຂໍຂອບໃຈ: Youtube.


ກິດຈະກຳນີ້ເປັນກິດຈະກຳທີ່ຄົນໃຫ້ຄວາມສົນໃຈຫຼາຍ ເພາະວ່າມັນເປັນກິດຈະກຳທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ, ທ້າທາຍ ແລະ ກໍຫນ້າຈົດຈຳ. ຜູ້ຂີ່ເຮືອຈະພາເຮົາໄປລ່ອງເຮືອເຂດ ຮຮ ດ້ວຍຄວາມໄວສູງ ເຊິ່ງຜູ້ຂີ່ກໍຕ້ອງໃສ່ສິ່ງປ້ອງກັນເພື່ອຄວາມປອດໄພຕົນເອງ.


          2)    ຂີ່ລົດເລາະສວນສັດຊາຟາຣີ (Platinum Heritage Luxury Tours and Safaris)


ຂໍຂອບໃຈ: Youtube.


       ສິ່ງທີ່ຫນ້າສົນໃຈສຳລັບກິດຈະກຳນີ້ແມ່ນການໄດ້ນັ່ງລົດຈິບແບບເກົ່າໆ ທີ່ຈະມີຄົນພາທ່ານໄປສູ່ເຂດແດນທະເລຊາຍທີ່ກວ້າງໃຫຍ່ ພ້ອມທັງຮຽນຮູ້ໄປກັບສັດສາວາສິ່ງທີ່ຢູ່ເຂດນັ້ນທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ ພາໃຫ້ທ່ານເພີດເພີນ. ທີ່ສຳຄັນໄປກວ່ານັ້ນຄືການຢ່າງແບບປົດເກີບເທິງທະເລຊາຍ ຈະໃຫ້ປະສົບການທີ່ແປກໃຫມ່ໄປອີກ.


                       3)      ລອຍນ້ຳກັບປາໂລມາ (Dolphin Bay)


ຂໍຂອບໃຈ: Youtube.


       ໃຜໆ ທີ່ມາທີ່ປະເທດສະຫະລັດອາຣັບເອມິເຣດແລ້ວຕ້ອງໄດ້ມາເຮັດກິດຈະກຳໂຕນີ້ ກໍຄືການໄປລອຍນ້ຳກັບສັດທະເລ ເຊິ່ງແມ່ນປາໂລມາ. ຄົນສ່ວນໃຫຍ່ມັກຈະມາເຮັດກິດຈະກຳນີ້ເພາະນອກຈາກຈະມີພະນັກງານໃຫ້ຂໍ້ມູນທີ່ດີແລ້ວ, ປາໂລມາກໍຍັງສະຫຼາດ ແລະ ຄຳຮູ້ນຳອີກ. ທ່ານສາມາດຫຼິ້ນນຳປາໂລມາ ອາດຈະເປັນໂຍນບານ, ເຕັ້ນ ແລະ ອື່ນໆ. ພວກເຮົາເຊື່ອແນ່ນອນວ່າທ່ານຈະໄດ້ຮັບປະສົບການທີ່ບໍ່ມີວັນລືມແນ່ນອນ.




                                                   4)    ຕຶກເບັດ (Go Fishing Tours)


ຂໍຂອບໃຈ: Youtube.


       ກິດຈະກຳນີ້ກຸ່ມຄົນທີ່ມັກໃຫ້ຄວາມສົນໃຈຈະເປັນ ກຸ່ມນັກທ່ອງທ່ຽວແບບຄອບຄົວ ເພາະວ່າການໄດ້ເຮັດ       ກິດຈະກຳນີ້ເປັນສ່ວນໜຶ່ງໃນການສ້າງສາຍສຳພັນລະຫວ່າງຄອບຄົວໃຫ້ແໜ້ນແຟ້ນຂຶ້ນຕື່ມ. ພະນັກງານເທິງເຮືອແຕ່ລະຄົນແມ່ນໃຫ້ການຕ້ອນຮັບທີ່ດີ, ຫ່ວງໃຍ ແລະ ໃສ່ໃຈໃນຄວາມປອດໄພຂອງລູກຄ້າ. ເຄື່ອງມືຕຶກເບັດປະເພດຕ່າງໆ ທີ່ໃຫ້ບໍລິການເທິງເຮືອລ້ວນແຕ່ເປັນເຄື່ອງທີ່ມີຄຸນະພາບທີ່ດີ ເຊິ່ງຖ້າທ່ານໂຊກດີກໍອາດຈະໄດ້ປາທະເລໂຕໃຫຍ່ໆ ກັບບ້ານ.




5)      ຂີ່ຍົນຊົມວິວເໜືອຕົວເມືອງ (Seawings Seaplane Tours)

ຂໍຂອບໃຈ: Youtube.

       ນັ່ງເທິງຍົນ, ເບິ່ງວິວຈາກມຸມສູງ ແລະ ຖ່າຍຮູບ ຊ່າງເປັນອີ່ຫຍັງທີ່ມີຄວາມສຸກ ໃນການທ່ອງທ່ຽວ. ຜູ້ຂັບຍົນຈະພາທ່ານໄປສູ່ທ້ອງຟ້າອັນກວ້າງໃຫຍ່ ເຮັດໃຫ້ທ່ານໄດ້ເຫັນທຸກສິ່ງທີ່ເປັນທີ່ຫນ້າຈົດຈຳຈາກມຸມສຸງ ບໍ່ວ່າຈະເປັນການຂີ່ໄປເບິ່ງສະຖານທີ່ທີ່ໂດ່ງດັ່ງ ເຊັ່ນ: ຫມູ່ເກາະຕົ້ນປາມ (The Palm Jumeirah), ຕຶກສູງ (Burj Khalifa) ແລະ ອື່ນໆ. 





      ແຫຼ່ງອ້າງອີງTripAdvisor


วันพุธที่ 23 ธันวาคม พ.ศ. 2558

ສະຫະລັດອາຣັບເອມິເຣດ (United Arab Emirates)


ຄຳນຳ.



          ໃນປະເທດຕ່າງໆ ທົ່ວໂລກນັ້ນໄດ້ມີຈຸດສົນໃຈ ແລະ ດຶງດູດຜູ້ເຂົ້າໄປທ່ອງທ່ຽວ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມ ແລະ ອື່ນໆ ເຊິ່ງນັ້ນເປັນປັດໄຈສຳຄັນໃຫ້ແກ່ການຂະຫຍາຍເສດຖະກິດກໍຄືການນຳເຂົ້າລາຍໄດ້ພາຍໃນປະເທດນັ້ນເອງ. ພາຍໃນຂົງເຂດຕາເວັນອອກກາງນັ້ນ ກໍຍ່ອມມີປະເທດຕ່າງໆທີ່ມີຄວາມສວຍງາມ ແລະ ໜຶ່ງໃນນັ້ນກໍແມ່ນປະເທດ ສະຫະລັດອາຣັບເອມິເຣດ. ໃນບົດຄວາມຕ່າງໆ ທີ່ຖືກຂຽນຂຶ້ນມານັ້ນໄດ້ຂຽນກ່ຽວກັບຫຼາຍຢ່າງ ເຊິ່ງຈະເປັນແຫຼ່ງທ່ອງທ່ຽວ, ພູມສັນຖານປະເທດ, ວັດທະນະທຳ, ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ, ກິລາ, ປະເພນີ, ເອກະລັກ, ສິ່ງທີ່ມີຊື່ສຽງ ແລະ ຂໍ້ມູນອື່ນໆ ທີ່ຈຳເປັນໃນການທ່ອງທ່ຽວ. 

          ຫວັງວ່າທ່ານຜູ້ອ່ານຈະໄດ້ຮັບຄວາມຮູ້ກ່ຽວກັບບົດຄວາມປະເທດສະຫະລັດອາຣັບເອມິິເຣດຂອງພວກເຮົາໄປບໍ່ຫຼາຍກໍໜ້ອຍ ແລະ ກໍຫວັງຢ່າງສູງວ່າທ່ານຈະສະແດງຄວາມຄິດເຫັນຂອງທ່ານຕໍ່ກັບບົດຄວາມທີ່ອາດຈະມີຄວາມຜິດພາດ, ໃຊ້ຖ້ອຍຄຳທີ່ບໍ່ຖືກຕ້ອງ, ຂໍ້ມູນບໍ່ຄົບຖ້ວນ ເພື່ອທີ່ພວກເຮົາຈະໄດ້ພັດທະນາ ພ້ອມທັງຕໍ່ຍອດໃຫ້ບົດຄວາມມີຄວາມສົມບູນຄົບຖ້ວນຂຶ້ນອີກ.

ສາລະບານ.


1.     ຂໍ້ມູນທົ່ວໄປແລະ ພູມສັນຖານຂອງປະເທດ (ໂດຍຫຍໍ້)


2.    ການທ່ອງທ່ຽວ,ວັດທະນະທຳ ແລະ ອື່ນໆ.


3.    ບຸນປະເພນີຕ່າງໆ.


4.    ເອກະລັກ ແລະສິ່ງທີ່ມີຊື່ສຽງ.


5.    ກິລາ.


                         6.  ກິດຈະກຳ.


7.    ສິ່ງທີ່ຄວນແລະ ບໍ່ຄວນ.


8.    ຂໍ້ມູນອື່ນໆທີ່ຈຳເປັນໃນການທ່ອງທ່ຽວ.



ການທ່ອງທ່ຽວ ແລະ ວັດທະນະທຳ (Tourist Attractions and Culture)


ແຫຼ່ງທ່ອງທ່ຽວ.


1)     ຫມູ່ເກາະຕົ້ນປາມ (Palm Island).

 


From site: Choppershoot

ຫມູ່ເກາະຕົ້ນປາມເປັນໂຄງການກໍ່ສ້າງຈຳລອງບໍລິເວນອ່າວເກາະເປີເຊຍ. ແຕ່ລະເກາະຈະມີລັກສະນະຮູບຮ່າງຄືກັບຕົ້ນປາມ ໂດຍພື້ນທີ່ທີ່ຈະຈັດເປັນທີ່ຢູ່ ແລະ ພັດທະນາໃຫ້ເປັນໜຶ່ງໃນໂຄງການຈະມີການສ້າງເກາະທັງຫມົດເຊິ່ງມີ 3 ເກາະ.


ຂໍຂອບໃຈ: Youtube.

2)    ທ່າເຮືອ Dubai Creek.


ທ່າເຮືອແຫ່ງນີ້ເປັນຈຸດຊົມທິວທັດ ມີລັກສະນະເປັນທ່າເຮືອທີ່ຕັດຜ່ານໃຈກາງເມືອງເຊິ່ງເປັນສູນລວມ, ເປັນບ່ອນຊຸມຊົນໃນດູໄບ. ທ່າເຮືອນີ້ເປັນສະຖານທີ່ເໝາະສົມສຳລັບການເດີນຫລິ້ນຊົມທິວທັດທີ່ງົດງາມແລ້ວຈະເຮັດໃຫ້ຮູ້ສຶກສົດຊື່ນ, ປະທັບໃຈກັບພາບຄວາມສວຍງາມທັງສອງຟາກຝັ່ງໂດຍສະເພາະແມ່ນພາບນົກນາງນວນຫຼາຍຮ້ອຍຕົວບິນຜ່ານ. ເຮືອສັ້ນ ຫຼື ເອີ້ນວ່າ ເຮືອເດົາ Dhow ມີລັກສະນະເປັນເຮືອໃບເສົາດຽວທີ່ຊາວອາຣັບໃຊ້ເປັນພາຫະນະທີ່ແລ່ນຜ່ານໄປມາ. ທ່ານສາມາດລ່ອງເຮືອຂ້າມຟາກເພື່ອຊື່ນຊົມຄວາມງາມຂອງສອງຝັ່ງ ໂດຍສະເພາະເຂດໂຮງແຮມ ຄອນທິເນັນໃນຝັ່ງ Deira ແລະ ຂ້າມກັບເຂດ Bur Dubai ທີ່ສາມາດແນມເຫັນພາບຄວາມສວຍງາມໄດ້ຊັດເຈນທີ່ສຸດ ເຊິ່ງເຂດນັ້ນເປັນເຂດນ້ຳເລິກໆ ຫາກເຮົາລ່ອງເຮືອໄປຈົນສຸດປາຍອ່າວ ເຮົາຈະສາມາດເຫັນທະເລສາບເທິງເກາະຫີນປະກາລັງຂະໜາດໃຫຍ່ ແລະ ເປັນທີ່ຕື່ນເຕັ້ນ. ປັດຈຸບັນ ເຂດດັ່ງກ່າວໄດ້ກາຍເປັນທີ່ພັກເຊົາຂອງສັດ ໂດຍສະເພາະນົກທີ່ຢູ່ໃນລະດູໜາວຈະມາຕັ້ງຫຼັກແຫ່ງໃນເວລາດຽວກັນເຖິງ 27,000 ໂຕ ສ່ວນຫຼາຍຈະເປັນນົກຟຣາມິງໂກໃຫຍ່.

 

3)    Dubai Aquarium.

 

ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງດູໄບຄືພິພິທະພັນຫໍສັດນ້ຳທີ່ຖືກບັນຈຸໃສ່ຕູ້ແກ້ວ. ພາຍໃນນັ້ນແມ່ນຈະມີສັດທະເລຫຼາຍສາຍພັນ ລວມເປັນ 140 ກວ່າຊະນິດ. ຕູ້ແກ້ວດັ່ງກ່າວເປັນຕູ້ແກ້ວທີ່ຕັ້ງຢູ່ເມືອງດ້ານລຸ່ມຂອງດູໄບ (Dubai Mall) ຖ້າຫາກວ່າທ່ານເຂົ້າມາໃນສວນສັດອຸໂມງໃຕ້ນ້ຳທ່ານກໍສາມາດຢ່າງເລາະຊົມສວນສັດໃຕ້ນ້ຳທີ່ອະລັງການຕາ.
































ຢູ່ພາຍໃນສວນສັດໃຕ້ນ້ຳນັ້ນຈະມີກິດຈະກຳຫຼາຍຢ່າງທີ່ທ່ານສາມາດເຫັນໄດ້ກ່ຽວກັບຊີວິດໃນທະເລ. ສຳລັບກິດຈະກຳທີ່ນິຍົມຈະເປັນການດຳນ້ຳເບິ່ງປະກາຣັງ ແລະ ດຳນ້ຳເບິ່ງສະຫຼາມ. ນອກຈາກນີ້ ກໍຍັງມີກິດຈະກຳຫຼາຍອັນທີ່ໜ້າສົນໃຈ.


ຂໍຂອບໃຈ: Youtube,


4)      Bastakiya (Old Dubai)



ສະຖານທີ່ນີ້ຖືກສ້າງຂຶ້ນໃນຊ່ວງປາຍສະຕະວັດ ທີ 19 ເຊິ່ງເຄີຍເປັນບ້ານເກົ່າຂອງພໍ່ຄ້າຊາວເປີເຊຍທີ່ຮັ່ງມີ. ການຄ້າຂາຍທີ່ນິຍົມໃນຕອນນັ້ນຈະເປັນໄຂ່ມຸກ, ຜ້າແພທີ່ທໍດ້ວຍມືທີ່ງົດງາມ. ບ້ານ Bastakiya ໃກ້ກັບບໍລິເວນຂອງ Bur Dubai ຕາມລຳຫ້ວຍປະກາຣັງ.





ພາຍໃນນັ້ນມີສະຖາປັດຕະຍະກຳ ຂອງປະເທດອາຣາເບຍທີ່ແຕກຕ່າງກັນ ລວມມີຕຶກທີ່ສູງຫຼາຍຊັ້ນ ເຊິ່ງເປັນຕຶກທີ່ມີອາຍຸເກົ່າແກ່ຂອງດູໄບ. ໃນເຂດນັ້ນທ່ານສາມາດພົບກັບເອກະລັກຫຼາຍຢ່າງເຊັ່ນ: ຮູບພາບເກົ່າແກ່, ມີເຄື່ອງປັ້ນດິນເຜົາ, ເຄື່ອງເຟີນິເຈີ ແລະ ຫ້ອງສະແດງພາບຕ່າງໆ ທີ່ລວມມີສິລະປະທີ່ເປັນແບບປະສົມປະສານ.

ແຫຼ່ງອ້າງອີງ: Planet Ware



ວັດທະນະທຳ

          ປະເທດສະຫະລັດອາຣັບເອມິເຣດນັ້ນແມ່ນມີຊື່ສຽງ ແລະ ຮູ້ຈັກການຫຼາຍໃນເລື່ອງມາລະຍາດ, ໂດຍສະເພາະແມ່ນການສະແດງອອກຕໍ່ຝ່າຍກົງກັນຂ້າມ. ດັ່ງນັ້ນ, ມັນຈຶ່ງສຳຄັນສຳລັບຜູ້ທີ່ຈະເຂົ້າໄປໄປທ່ອງທ່ຽວທີ່ຈະຕ້ອງໄດ້ເຮັດໃຫ້ຄືເຂົາເຈົ້າ. ໃນສະຖານະການທີ່ເປັນທາງການນັ້ນ, ເຈົ້າອາດຈະຖືກທັກທາຍດ້ວຍຄຳເວົ້າທີ່ວ່າ Salaam aleikum”, ທີ່ມີຄວາມໝາຍວ່າ ໃຫ້ຄວາມສະຫງົບບັງເກີດແກ່ທ່ານ.” ຄຳຕອບທີ່ເໝາະສົມກໍຈະເປັນການເວົ້າກັບໄປວ່າ Aleikum assalaam”, ທີ່ໝາຍຄວາມວ່າເຈົ້າກໍເຊັ່ນກັນ.”

       ຖ້າທຳຄວາມຮູ້ຈັກກັນໃຫມ່ ເຈົ້າຄວນຈະທຳຄວາມຮູ້ຈັກກັບຜູ້ຊາຍໃນຫ້ອງທັງໝົດ, ເຊິ່ງແນ່ນອນຕ້ອງໃຫ້ຄວາມສຳຄັນນຳຜູ້ຮັບແຂກກ່ອນ. ສຳລັບການທັກທາຍຂອງຜູ້ຊາຍນັ້ນ, ການຈັບມືກັນເປັນສິ່ງທີ່ເຮັດກັນເລື້ອຍໆ. ເຖິງວ່າການຈັບມືໃຫ້ແໜ້ນໆ ນັ້ນເປັນສິ່ງທີ່ສະແດງໃຫ້ເຫັນເຖິງລະດັບຄວາມມີໄມຕີຈິດທີ່ດີໃນຂົງເຂດຕາເວັນຕົກ, ແຕ່ໃນສະຫະລັດອາຣັບເອມິເຣດແລ້ວ ການຈັບມືກັນຈະນຸ່ມນວນກວ່າ.

          ການຍືນມືອອກໄປຈັບແບບໄວໆ ແລະ ໃຊ້ສາຍຕາພ້ອມດ້ວຍຮອຍຍິ້ມເທິງໃບຫນ້ານັ້ນເປັນການຈັບມືທີ່ດີ. ຜູ້ຊາຍບໍ່ຄວນຈະຈັບມືນຳຜູ້ຍິງ ນອກຈາກວ່າຜູ້ຍິງຈະເລີ່ມຈັບມືນຳເຈົ້າກ່ອນ. ໃນສະຖານະການທີ່ຜ່ອນຄາຍຫຼາຍໆ ນັ້ນ, ຜູ້ຍິງອາດຈະຈູບແກ້ມກັນ.

ວັດທະນະທຳຂອງປະຊາຊົນຊາວເອມິເຣດແມ່ນໄດ້ເນັ້ນໃສ່ຄວາມມີມາລະຍາດ ແລະ ການສະແດງຄວາມສຸພາບຮຽບຮ້ອຍ. ເມື່ອໃດທີ່ມີປະຊຸມແມ່ນຕ້ອງໄດ້ມາທັນກ່ອນເວລາ ເຊິ່ງໃນຈຸດນີ້ແມ່ນຖືເປັນສິ່ງທີ່ດີ ເພາະຄົນເອມິເຣດຈະມັກມາກ່ອນເວລານັດສະເໝີເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບກັນ ແລະ ກັນ.

        ຖ້າທຳຄວາມຮູ້ຈັກກັບຜູ້ໃຫຍ່ ຫຼື ໃຜກໍຕາມເປັນເທື່ອທຳອິດ ຊາວເອມິເຣດມັກຈະສະເໜີເອົາອາຫານເບົາ ຫຼື ເຄື່ອງດື່ມໃຫ້ກິນ ບໍ່ວ່າຈະຢູ່ບ້ານ, ສຳນັກງານເຮັດວຽກຕ່າງໆ. ໂດຍທຳມະດາແລ້ວ ສິ່ງເຫຼົ່ານີ້ຈະເປັນປະເພດເຄື່ອງຕາເວັນຕົກ ເຊັ່ນ: ຊາ ຫຼື ກາເຟ. ເຖິງຢ່າງໃດກໍຕາມ, ເຂົາມັກຈະເສີບອາຫານປະເພດຫວານ, ຊາ ຫຼື ກາເຟຂອງອາຣັບແບບເບົາໆ ໃສ່ໝາກກາດາມອມ(Cardamom)ຖ້າເຈົ້າຖືກສະເໜີໃນສິ່ງເຫຼົ່ານີ້ ຈົ່ງຮັບເອົາ, ບໍ່ດັ່ງນັ້ນ ຈະຖືເປັນການບໍ່ມີມາລະຍາດ.

         ການແຕ່ງກາຍຂອງຊາວເອມິເຣດແມ່ນສ່ວນໃຫຍ່ຈະໃສ່ເຄື່ອງທີ່ກາຍຫົວເຂົ່າ ໂດຍສະເພາະແມ່ນໃນເຂດສາທາລະນະ ຫຼື ຊ່ວງເວລາໃນພິທີສາສະໜາທີ່ສຳຄັນ.

         ສຳລັບເລື່ອງການມີຮັກຮ່ວມເພດ ຫຼື ການມີຊູ້ຕ່າງໆນັ້ນແມ່ນຖືເປັນເລື່ອງຜິດກົດໝາຍ ແລະ ຄຸ່ຮັກທີ່ຍັງບໍ່ໄດ້ແຕ່ງງານກັນຈະບໍ່ຖືກອະນຸຍາດໃນນອນໃນຫ້ອງພັກດຽວກັນ ເຊິ່ງເລື່ອງແບບນີ້ເປັນເລື່ອງທຳມະດາຢູ່ແລ້ວ ແລະ ສ່ວນໃຫຍ່ກໍ່ໄດ້ບັງຄັບເກີນໄປ.

         ເຄື່ອງດື່ມມຶນເມົາທີ່ມີແອລກໍຮໍ, ນັກທ່ອງທ່ຽວທີ່ບໍ່ໄດ້ນັບຖືສາສະໜາມຸດສະລິມສາມາດດື່ມຂອງມຶນເມົາໄດ້ຕາມຫ້າງຮ້ານ, ໂຮງແຮມ ແລະ ຮ້ານອາຫານ (ຍົກເວັ້ນເຂດຊາຈາ Sharjah). ນັກທ່ອງທ່ຽວສາມາດນຳເຂົ້າເຄື່ອງດື່ມມຶນເມົາໄດ້ປະມານລິດໜຶ່ງ, ແຕ່ຜູ້ທີ່ອາຍຸບໍ່ເຖິງ  20 ປີ ຈະບໍ່ສາມາດຊື້ເຫຼົ້າ ຫຼື ຍາສູບໄດ້. ສິ່ງທີ່ຜິດກົດໝາຍພາຍໃນປະເທດກໍຄືການດື່ມເຫຼົ້າ, ສູບຍາໃນເຂດສາທາລະນະ ຫຼື ໃນຊ່ວງຂອງງານຣາມະດັນ (Ramadan)ໃນມື້ຫຼັງງານວັນຊາດ ແມ່ນຈະຖືກໃຫ້ປິດຮ້ານໝົດ.


        ປະເທດສະຫະລັດອາຣັບເອມິເຣດເປັນປະເທດທີ່ໃສ່ໃຈໃນການສະແດງອອກໃນເຂດສາທາລະນະ, ການຈັບມືຖືແຂນກັນແມ່ນທ່ານຈະຖືກປັບໄຫມ, ຈູບ ຈະບໍ່ຖືເປັນເລື່ອງທີ່ບໍ່ໃຫ້ຄວນເຄົາລົບ ແຕ່ເຈົ້າຈະຖືກຈັບເລີຍກໍວ່າໄດ້ຖ້າເຮັດແນວນັ້ນ. ຢາເສບຕິດ ແມ່ນເປັນສິ່ງທີ່ຫ້າມທີ່ສຸດ ແລະ ມັນສາມາດເຮັດໃຫ້ທ່ານຕົກຢູ່ໃນບັນຫາໃຫຍ່ໆໄດ້.

ແຫຼ່ງອ້າງອີງ: UAE EmbassyWorld Travel GuideTravel Etiquette