วันอังคารที่ 5 มกราคม พ.ศ. 2559

ຂໍ້ມູນທົ່ວໄປ ແລະ ພູມສັນຖານປະເທດ (Brief Information and Geography)


ຂໍ້ມູນທົ່ວໄປ ແລະ ພູມສັນຖານຂອງປະເທດ (ໂດຍຫຍໍ້)


  • ທີ່ຕັ້ງ. 

               


ທີ່ຕັ້ງຂອງສະຫະລັດອາຣັບເອມິເຣດ

          ປະເທດສະຫະລັດອາຣັບເອມິເຣດຕັ້ງຢູ່ທາງພາກຕາເວັນອອກກາງ ຕິດກັບອ່າວໂອມານ ແລະ ອ່າວເປີເຊຍ.
         ສະຫະລັດອາຣັບເອມິເຣດຕັ້ງຢູ່ໃນລະຫວ່າງເສັ້ນຂະໜານທີ 22 ° 30 ' ແລະ 26 ° 10' ເຫນືອ ແລະ ເສັ້ນ                          ແວງ 51° ແລະ 56° 25' ຕາເວັນອອກ.

  • ຊື່ທີ່ເປັນທາງການ.

         ສະຫະລັດອາຣັບເອມິເຣດ (United Arab Emirates) ຫຼື UAE.

  • ນະຄອນຫຼວງ.


ນະຄອນຫຼວງຂອງສະຫະລັດອາຣັບເອມິເຣດແມ່ນ ເມືອງອາບູດາບີ 
Abu Dhabi.

  • ທຸງຊາດ.



ວັນທີ່ກຳນົດເປັນທາງການແມ່ນວັນທີ 2 ທັນວາ 1971.

  • ເຄື່ອງໝາຍ.



ຮູບນົກອິນຊີທີ່ເປັນສັນຍະລັກໃຫ້ແກ່ສະຫະລັດອາຣັບເອມິເຣດ.

  • ເນື້ອທີ່.



ສະຫະລັດອາຣັບເອມິເຣດມີເນື້ອທີ່ລວມ 83,600 ຕາລາງກິໂລແມັດ.

  • ຊາຍແດນ.

         ສະຫະລັດອາຣັບເອມິເຣດມີຊາ່ຍແດນລວມທັງໝົດ 867 ກິໂລແມັດ.
         ທິດຕາເວັນອອກຕິດກັບ ໂອມານ ແລະ ຊາອຸດິ ສ່ວນພາກໃຕ້ຕິດກັບ ອາຣະເບຍ.

  • ສະພາບພູມອາກາດ.

         ສະພາບພູມອາກາດມີ 2 ລະດູການເຊິ່ງໄດ້ແກ່ ລະດູຮ້ອນ ແລະ ລະດູໜາວ.
         - ເດືອນພຶດສະພາ ເຖິງ ເດືອນກັນຍາ ອາກາດຈະຮ້ອນຫຼາຍ ແລະ ມີຄວາມຊຸ່ມສູງ ເຊິ່ງອຸນຫະພູມຈະຢູ່ປະມານ 32-                  48° C.
         - ເດືອນຕຸລາ ເຖິງ ເດືອນເມສາ ເປັນລະດູໜາວເຊິ່ງອາກາດບໍ່ໜາວຫຼາຍ ມີອຸນຫະພູມສະເລ່ຍ 15-30° 'C.

  • ຈຳນວນປະຊາກອນ.

         ຈຳນວນປະຊາກອນລວມມີ 5,779,760 ຄົນ ພາຍໃນ 2015.

  • ລະບົບການປົກຄອງ.

         ລະບົບທຶນນິຍົມ.

  • ສັນຊາດ.

        ເອມິເຣຕິ Emirati(s).

  • ເຊື້ອຊາດ.

         ຊາວເອມິເຣຕິ ກວມເອົາ 19%
         ຊາວອາຣັບ ແລະ ອີຣ່ານ 23%
         ຊາວອາຊີໃຕ້ 50%
         ນັກລົງທຶນສັນຊາດອື່ນໆ (ລວມທັງຊາວຕາເວັນຕົກ ແລະ ຊາວອາຊີຕາເວັນອອກ) 8%

  • ສາສະໜາ.

         ສາສະໜາອິດສະລາມ ກວມ 76%
         ຄຣິສຕຽນ 9%
         ແລະ ສາສະໜາອື່ນໆ 15%

  • ພາສາ.

  1. ພາສາອາຣັບ ເຊິ່ງເປັນພາສາທີ່ຖືກນຳໃຊ້ເປັນພາສາລາດຊະການ.
  2. ພາສາອັງກິດ ເຊິ່ງເປັນພາສາທີ່ຖືກນຳໃຊ້ຢ່າງກວ້າງຂວາງ.
  3. ພາສາຟາຊີ ເປັນພາສາທີ່ຖືກນຳໃຊ້ສະເພາະ ເຊິ່ງຖືກນຳໃຊ້ສຳລັບຜູ້ທີ່ອາໄສຢູ່ທີ່ຕຳນັກຂອງສະຫະລັດອາຣັບເອມິເຣດ.

ແຫຼ່ງອ້າງອີງ: ApecThai (Retrieved November, 18, 2015), Wikipedia (Retrieved November, 18, 2015).

ไม่มีความคิดเห็น:

แสดงความคิดเห็น