วันอังคารที่ 5 มกราคม พ.ศ. 2559

ວັດທະນະທຳ (Culture)


ວັດທະນະທຳ



     ປະເທດສະຫະລັດອາຣັບເອມິເຣດນັ້ນແມ່ນມີຊື່ສຽງ ແລະ ຮູ້ຈັກກັນຫຼາຍໃນເລື່ອງຂອງມາລະຍາດ, ໂດຍສະເພາະແມ່ນການສະແດງອອກຕໍ່ຝ່າຍກົງກັນຂ້າມ. ດັ່ງນັ້ນ, ມັນຈຶ່ງສຳຄັນສຳລັບຜູ້ທີ່ຈະໄປທ່ອງທ່ຽວທີ່ຈະຕ້ອງໄດ້ປະຕິບັດຕາມ. ໃນສະຖານະການທີ່ເປັນທາງການນັ້ນ, ເຈົ້າອາດຈະຖືກທັກທາຍດ້ວຍຄຳເວົ້າທີ່ວ່າ: "Salaam aleikum", ທີ່ມີຄວາມໝາຍວ່າ: "ໃຫ້ຄວາມສະຫງົບບັງເກີດແກ່ທ່ານ." ຄຳຕອບທີ່ເໝາະສົມກໍຈະເປັນການເວົ້າກັບໄປວ່າ: "Aleikum assalaam", ທີ່ມີຄວາມໝາຍວ່າ: "ເຈົ້າກໍເຊັ່ນກັນ."

     ຖ້າທຳຄວາມຮູ້ຈັກກັນໃຫມ່ ທ່ານຄວນຈະທຳຄວາມຮູ້ຈັກກັບຜູ້ຊາຍໃນຫ້ອງທັງໝົດ, ເຊິ່ງແນ່ນອນ ທ່ານຕ້ອງໃຫ້ຄວາມສຳຄັນກັບຜູ້ທີ່ຮັບແຂກກ່ອນ. ສຳລັບການທັກທາຍຂອງຜູ້ຊາຍນັ້ນ, ການຈັບມືກັນເປັນສິ່ງທີ່ຖືກເຮັດກັນເລື້ອຍໆ. ເຖິງວ່າການຈັບມືແບບແໜ້ນນັ້ນເປັນສິ່ງທີ່ສະແດງໃຫ້ເຫັນເຖິງລະດັບຄວາມມີໄມຕີຈິດທີ່ດີໃນຂົງເຂດຕາເວັນຕົກ, ແຕ່ໃນສະຫະລັດອາຣັບເອມິເຣດແລ້ວ ການຈັບມືກັນຈະນຸ້ມນວນກວ່າ.

     ການຍື່ນມືອອກໄປຈັບແບບໄວໆ ແລະ ໃຊ້ສາຍຕາພ້ອມດ້ວຍຮອຍຍິ້ມນັ້ນຖືເປັນການຈັບມືທີ່ດີ. ສຳລັບຜູ້ຊາຍບໍ່ຄວນຈະຈັບມືນຳຜູ້ຍິງ ນອກຈາກວ່າຜູ້ຍິງຈະເລີ່ມຈັບມືນຳທ່ານກ່ອນ. 

    ວັດທະນະທຳຂອງຊາວເອມິເຣຕິນັ້ນແມ່ນໄດ້ເນັ້ນໃສ່ການສະແດງຄວາມສຸພາບທີ່ດີ ແລະ ຮຽບຮ້ອຍ. ເມື່ອໃດທີ່ມີປະຊຸມແມ່ນຕ້ອງໄດ້ມາທັນກ່ອນເວລາ ເຊິ່ງໃນຈຸດນີ້ຖືເປັນສິ່ງທີ່ດີ ເພາະຄົນເອມິເຣດຈະມັກມາກ່ອນເວລານັດສະເໝີເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບເຊິ່ງກັນ ແລະ ກັນ.

    ຖ້າຫາກທ່ານທຳຄວາມຮູ້ຈັກນຳຜູ້ໃຫຍ່ ຫຼື ໃຜກໍຕາມເປັນເທື່ອທຳອິດ ຊາວເອມິເຣດມັກຈະສະເໜີເອົາອາຫານເບົາ ຫຼື ເຄື່ອງດື່ມໃຫ້ກິນ ບໍ່ວ່າຈະຢູ່ບ້ານ, ສຳນັກງານເຮັດວຽກຕ່າງໆ. ໂດຍທຳມະດາແລ້ວ ສິ່ງເຫຼົ່ານີ້ຈະເປັນປະເພດເຄື່ອງຕາເວັນຕົກ ເຊັ່ນ: ຊາ ຫຼື ກາເຟ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າມັກຈະເສີບອາຫານປະເພດຫວານ, ຊາ ຫຼື ກາເຟຂອງອາ່ຣັບແບບເບົາໆ ໃສ່ໝາກກາດາມອມ (Cardamom)ຖ້າເຈົ້າຖືກສະເໜີໂດຍສິ່ງເຫຼົ່ານີ້ ຈົ່ງຮັບເອົາ, ບໍ່ດັ່ງນັ້ນ ຈະຖືເປັນການບໍ່ມີມາລະຍາດ.

     ການແຕ່ງກາຍຂອງຊາວເອມິເຣດສ່ວນໃຫຍ່ຈະໃສ່ເຄື່ອງທີ່ກາຍຫົວເຂົ່າ ໂດຍສະເພາະແມ່ນໃນເຂດສາທາລະນະ ຫຼື ຊ່ວງ ເວລາໃນພິທີສາສະໜາທີ່ສຳຄັນ.

     ສຳລັບເລື່ອງການມີຮັກຮ່ວມເພດ ຫຼື ການມີຊູ້ຕ່າງໆນັ້ນຖືເປັນເລື່ອງຜິດກົດໝາຍ ແລະ ຄູ່ຮັກທີ່ຍັງບໍ່ໄດ້ແຕ່ງງານກັນຈະບໍ່ຖືກອະນຸຍາດໃຫ້ນອນໃນຫ້ອງພັກດຽວກັນ ເຊິ່ງເລື່ອງແບບນີ້ຖືເປັນເລື່ອງທຳມະດາຢູ່ແລ້ວ ແລະ ສ່ວນໃຫຍ່ກໍບໍ່ໄດ້ບັງຄັບເກີນໄປ.

ແຫຼ່ງອ້າງອີງ: UAE Embassy (Retrieved December, 20, 2015)World Travel Guide (Retrieved December, 20, 2015) Travel Etiquette (Retrieved December, 30, 2015).

ไม่มีความคิดเห็น:

แสดงความคิดเห็น