วันอังคารที่ 5 มกราคม พ.ศ. 2559

ແຫຼ່ງທ່ອງທ່ຽວ (Tourist Attractions)


ການທ່ອງທ່ຽວ



       ການທ່ອງທ່ຽວຂອງປະເທດອາຣັບເອມິເຣດນັ້ນແມ່ນຂຶ້ນຊື່ຫຼາຍທາງດ້ານສະຖາປັດຕະຍະກຳອັນໂດດເດັ່ນເປັນສະຫງ່າ ບໍ່ວ່າຈະເປັນຕຶກສູງ, ທ່າເຮືອເກົ່າ, ຫໍພິພິຕະພັນ ແລະ ສວນສັດນ້ຳ ອື່ນໆ ເຊິ່ງວ່າສິ່ງຕ່າງໆ ເຫຼົ່ານີ້ເປັນປັດໄຈອັນສຳຄັນໃນຂະແໜງການທ່ອງທ່ຽວພາຍໃນປະເທດ ເພາະມັນໄດ້ຊ່ວຍດຶງດູດເອົາຄົນທົ່ວທຸກມຸມໂລກໃຫ້ມາທ່ຽວຊົມສິລະປະອັນມີວິຈິດສິນ ແລະ ການຖ່າຍທອດວັດທະນະທຳຜ່ານແຫຼ່ງທ່ອງທ່ຽວທີ່ສວຍງາມ. ພວກເຮົາກໍໄດ້ນຳເອົາແຫຼ່ງທ່ອງທ່ຽວຫຼັກໆ ທີ່ມີຊື່ສຽງມາໃຫ້ທ່ານຜູ້ອ່ານໄດ້ອ່ານກັນ. 

1. ໝູ່ເກາະຕົ້ນປາມ (The Palm Island)



The Palm Island
ແຫຼ່ງທີ່ມາ: Choppershoot


        ໝູ່ເກາະຕົ້ນປາມເປັນໂຄງການກໍ່ສ້າງຈຳລອງບໍລິເວນອ່າວເປີເຊຍ. ໂຄງການທັງໝົດຈະເປັນການສ້າງເກາະ ເຖິງ 3 ເກາະ : ປາມຈູໄມຣາ (Jumairah), ປາມເດຍຣາ (Deira) ແລະ ປາມເຈເບລ ອາລີ (Jebel Ali) ເຊິ່ງແຕ່ລະເກາະຈະມີຮູບຮ່າງຄືກັບຕົ້ນປາມ ແລະ ອ້ອມຮອບດ້ວຍຮູບຮ່າງເຄິ່ງວົງມົນ. ພື້ນທີ່ແມ່ນຈະມີການຈັດເປັນທີ່ຢູ່ອາໄສ ແລະ ລີສອດ (Resort). ການພັດທະນາດັ່ງກ່າວແມ່ນເປັນສ່ວນໜຶ່ງໃນໂຄງການພັດທະນາການທ່ອງທ່ຽວພາຍໃນປະເທດ. 


ວິດິໂອທີ່ສະແດງໃຫ້ເຫັນເຖິງທັດສະນີຍະພາບເໜືອໝູ່ເກາະຕົ້ນປາມ
ຂອບໃຈແຫຼ່ງທີ່ມາ: Youtube.


2. ທ່າເຮືອດູໄບ (Dubai Creek)



ທ່າເຮືອເກົ່າດູໄບ

     
    ທ່າເຮືອແຫ່ງນີ້ເປັນຈຸດຊົມທິວທັດມີລັກສະນະເປັນທ່າເຮືອທີ່ຕັດຜ່ານໃຈກາງເມືອງເຊິ່ງເປັນສູນລວມ ທັງເປັນບ່ອນຊຸມຊົນໃນດູໄບ. ທ່າເຮືອນີ້ເປັນສະຖານທີ່ເໝາະສົມສຳລັບການຢ່າງຫຼິ້ນຊົມທິວທັດທີ່ງົດງາມແລ້ວຈະເຮັດໃຫ້ຮູ້ສຶກສົດຊື່ນ, ປະທັບໃຈກັບພາບຄວາມສວຍງາມທັງສອງຟາກຝັ່ງໂດຍສະເພາະແມ່ນພາບນົກນາງນວນຫຼາຍຮ້ອຍຕົວບິນຜ່ານ. ເຮືອສັ້ນເຊິ່ງມີຊື່ເອີ້ນວ່າ: ເຮືອເດົາ (Dhow) ມີລັກສະນະເປັນເຮືອໃບເສົາດຽວທີ່ຊາວອາຣັບໃຊ້ເປັນພາຫະນະທີ່ແລ່ນຜ່ານໄປມາ. ທ່ານສາມາດລ່ອງເຮືອຂ້າມຟາກເພື່ອຊື່ນຊົມຄວາມງາມຂອງສອງຝັ່ງ ໂດຍສະເພາະແມ່ນເຂດໂຮງແຮມ ຄອນທິເນັນ (Ramada Continental Hotel) ໃນຝັ່ງ ເດຍຣາ (Deira) ແລະ ຂ້າມກັບເຂດເບີ ດູໄບ (Bur Dubai) ທີ່ສາມາດແນມເຫັນພາບຄວາມສວຍງາມໄດ້ຊັດເຈນທີ່ສຸດ ເຊິ່ງເຂດນັ້ນເປັນເຂດທີີ່ນ້ຳເລິກ, ຫາກເຮົາລ່ອງເຮືອໄປຈົນສຸດປາຍອ່າວ ເຮົາຈະສາມາດເຫັນທະເລສາບເທິງເກາະຫີນປະກາລັງຂະໜາດໃຫຍ່ ແລະ ເປັນທີ່ໜ້າຕື່ນເຕັ້ນ. ປັດຈຸບັນ ເຂດດັ່ງກ່າວໄດ້ກາຍເປັນທີ່ພັກເຊົາຂອງສັດ ໂດຍສະເພາະນົກຈາກເຂດລະດູໜາວທີ່ຈະມາຕັ້ງຫຼັກແຫຼ່ງໃນເວລາດຽວກັນເຖິງ 27,000 ໂຕ. ສ່ວນຫຼາຍຈະເປັນພວກນົກຟາມິງໂກ້ໃຫຍ່. 



3. ສວນສັດນ້ຳດູໄບ (Dubai Aquarium)





ສວນສັດໃຕ້ນ້ຳ ດູໄບ


       
        ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງເມືອງດູໄບກໍຄືສວນສັດໃຕ້ນ້ຳທີ່ນຳເອົາສັດ​ທະເລທັງຫຼາຍສາຍພັນເຂົ້າມາບັນຈຸໃສ່ຕູ້ແກ້ວ ລວມເຖິງ 140 ກວ່າຊະນິດ. ຕູ້ແກ້ວດັ່ງກ່າວເປັນຕູ້ແກ້ວທີ່ຕັ້ງຢູ່ເມືອງດ້ານລຸ່ມຂອງຫ້າງຂາຍເຄື່ອງດູໄບ (Dubai Mall) ຖ້າຫາກວ່າທ່ານເຂົ້າມາໃນສວນສັດອຸໂມງໃຕ້ນ້ຳທ່ານກໍສາມາດຢ່າງເລາະຊົມສວນສັດໃຕ້ນ້ຳທີ່ອະລັງການຕາ.



ສວນສັດໃຕ້ນ້ຳ ດູໄບ




       ຢູ່ພາຍໃນສວນໃຕ້ນ້ຳນັ້ນຈະມີກິດຈະກຳຫຼາຍຢ່າງທີ່ທ່ານສາມາດເຫັນກ່ຽວກັບຊີວິດໃນທະເລ. ສຳລັບກິດຈະກຳທີ່ນິຍົມຈະເປັນການດຳນ້ຳເບິ່ງປະກາຣັງ ແລະ ດຳນ້ຳເບິ່ງສະຫຼາມ. ນອກຈາກນີ້ ກໍຍັງມີກິດຈະກຳອື່ນໆ ທີ່ໜ້າສົນໃຈ.




ວິດີໂອສະແດງໃຫ້ເຫັນພາບພາຍໃນຂອງສວນສັດໃຕ້ນ້ຳ
ຂໍຂອບໃຈແຫຼ່ງທີ່ມາ: Youtube.


4. ຫມູ່ບ້ານບາສຕາກິຢ່າ (Bastakiya Old Dubai)


ບ້ານເກົ່າບາສຕາກິຢ່າ

            ສະຖານທີ່ນີ້ຖືກສ້າງຂຶ້ນໃນຊ່ວງປາຍສັດຕະວັດທີ 19 ເຊິ່ງເຄີຍເປັນບ້ານເກົ່າຂອງພໍ່ຄ້າຊາວເປີເຊຍທີ່ຮັ່ງມີ. ການຄ້າຂາຍທີ່ນິຍົມໃນສະໄຫມນັ້ນຈະເປັນໄຂ່ມຸກ, ຜ້າແຜທີ່ທໍດ້ວຍມືທີ່ງົດງາມ. ບ້ານບາສຕາກິຢ່າຢູ່ໃກ້ກັບບໍລິເວນຂອງເບີ ດູໄບ Bur Dubai ຕາມລຳຫວ້ຍປະກາຣັງ.

ບ້ານເກົ່າບາສຕາກິຢ່າ

            ພາຍໃນນັ້ນມີສະຖາປັດຕະຍະກຳຂອງປະເທດອາຣາເບຍ (Arabia) ທີ່ແຕກຕ່າງກັນ ລວມມີຕຶກສູງຫຼາຍຊັ້ນເຊິ່ງເປັນຕຶກທີ່ມີອາຍຸເກົ່າແກ່ຂອງດູໄບ. ໃນເຂດນັ້ນທ່ານຈະສາມາດພົບເຫັນເອກະລັກຫຼາຍຢ່າງເຊັ່ນ: ຮູບພາບເກົ່າແກ່,ມີເຄື່ອງປັ້ນດິນເຜົາ, ເຄື່ອງເຟນິເຈີ ແລະ ຫ້ອງສະແດງພາບຕ່າງໆ ທີ່ລວມເປັນສິລະປະທີ່ເປັນແບບປະສົມປະສານ.


ທ່ານສາມາດເຂົ້າໄປອ່ານເບິ່ງແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນປະເທດສະຫະລັດອາຣັບເອມິເຣດໄດ້ທີ່: Planet Ware Top-Rated 15 Tourist Attractions in Dubai.


ແຫຼ່ງອ້າງອີງ: Planet Ware, Wikipedia.

1 ความคิดเห็น:

  1. ​ສຳ​ລັບມື​ໃໝ່​ສ້າງ Blogger ​ໄດ້​ເທົ່າ​ນີ້​ຖື​ວ່າ good ແລ້ວ.

    ตอบลบ